ທາງຫຼວງ​ເລກ 1577 ຂອງ​ກຳປູ​ເຈຍ​ເລີ່​ມ​ເປີດນຳ​ໃຊ້ແລ້ວ
2018-04-03 15:37:07  cri 

ທາງຫຼວງ​ເລກ 1577 ​ເຊິ່ງ​ເປັນ​ເສັ້ນທາງ​ຄົມມະນາຄົມ​ທີ່​ສຳຄັນ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ກຳປູ​ເຈຍ ທີ່​ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ​ນັ້ນ ​ໄດ້​ເລີ່​ມ​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ວັນ​ທີ 2 ​ເມສາ​ນີ້ ​ໂດຍ​ມີ​ຈຸດ​ເລີ່​ມຕົ້ນຢູ່​ທາງຫຼວງ​ເລກ 57 ​ແຂວງບັດ​ຕຳ​ບອງ ​ແລະໄປ​ຮອດ​ດ່ານ​ຊາຍ​ແດນ​ເລກ 400 ທີ່​ຕິດ​ກັບ​ໄທ ຍາວທັງ​ໝົດ​ເກືອບ 52 ກິ​ໂລ​ແມັດ.

ທ່ານ​ຊາ​ເຄັງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນລັດຖະມົນຕີ​ກະຊວງ​ພາຍ​ໃນກຳປູ​ເຈຍ ​ໄດ້​ກ່າວ​ໃນ​ພິທີ​​ເປີດ​ວ່າ: ຂໍຂອບ​ໃຈ​ນຳ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ​​ແກ່​ປະ​ເທດ​ຕົນ ​ເຊິ່ງການ​ຊ່ວຍ​ເຫຼືອຈາກ​ຈີນ​ໄດ້​ເປັນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ກຳປູ​ເຈຍ. ມາ​ຮອດ​ປັດຈຸບັນ, ​ໂດຍ​ຈາກ​ການ​ຊ່ວຍ​ເຫຼືອ ​ແລະ ​ເງິນ​ກູ້ພິ​ເສດ​ຂອງ​ຈີນ ​ພາຍ​ໃນ​ປະ​ເທດ​ກຳປູ​ເຈຍ​ໄດ້​ສ້າງ​ທາງຫຼວງສຳ​ເລັດ​ແລ້ວ 23 ​ເສັ້ນ, ຍາວ 2.301 ກິ​ໂລ​ແມັດ ​ແລະ​ນຳ​ໃຊ້​ງົບປະມານ 1 ຕື້ 300 ລ້ານ​ໂດ​ລາ​ສະຫະລັດ ນອກ​ນີ້ຍັງ​ມີ​ທາງຫຼວງອີກ 6 ​ເສັ້ນພວມ​ກໍ່ສ້າງ​ຢູ່, ຍາວ 600 ກິ​ໂລ​ແມັດ ​ແລະ​ນຳ​ໃຊ້​ງົບປະມ​ານ 490 ລ້ານ​ໂດ​ລາ​ສະຫະລັດ.

ທ່ານ​ຊາ​ເຄັງ ຍັງກ່າວ​ຕື່ມວ່າ: ຂົວ 7 ​ແຫ່ງ​ໃນ​ປະ​ເທດ​ຕົນ​ທີ່​ຈີນ​ຊ່ວ​ຍ​ເຫຼືອກໍ່ສ້າງ​ນັ້ນ ​ໄດ້​ສ້າງ​ສຳ​ເລັດ​ແລ້ວ ​ເຊິ່ງທັງ​ໝົດ​ຍາວ 6.824 ​ແມັດ ​ແລະ​ນຳ​ໃຊ້ງົບປະມານ 216 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ