ຣັດ​ເຊຍ​ຍິງ​​ຂີ​ປະ​ນາ​ວຸດຕ້ານ​ຂີ​ປະ​ນາ​ວຸດ​ແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ
2018-04-03 10:56:29  cri 
ເວັບ​ໄຊ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 2 ເມ​ສາ​ນີ້​ວ່າ: ຫວ່າງມໍ່ໆ​ມາ​ນີ້, ກອງ​ທະ​ຫານ​ຕ້ານ​ຂີ​ປະ​ນາ​ວຸດ​ແລະ​ປ້ອງ​ກັນ​ອາ​ກາດ​ຂອງກອງ​ທັບ​ອາ​ກາດ​ຣັດ​ເຊຍ​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ຕ້ານ​ຂີ​ປະ​ນາ​ວຸດ​ແບບໃໝ່​ລູກ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​​ໃນ​ແດ​ນ​ກາ​ຊັກ​ສະ​ຖານ.

ໃນ​ມື້​ດັ່ງ​ກ່າວ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ໂພ​ສ໌​ວິ​ດີ​ໂອ​ການ​ຍິງ​ຂີ​ປະ​ນາ​ວຸດ​​ດັ່ງ​ກ່າວລົງ​ເວັບ​ໄຊ​ທາງ​ການ. ທ່ານ ອັນ​ເດີ​ຣີ ປ​ຣິກ​ໂຮດ​ໂຄ ຮອງ​ຜູ້​ບັນ​ຊາ​ການ​ຂອງກອງ​ທະ​ຫານ​ຕ້ານ​ຂີ​ປະ​ນາ​ວຸດ​ແລະ​ປ້ອງ​ກັນ​ອາ​ກາດ​ຂອງກອງ​ທັບ​ອາ​ກາດ​ຣັດ​ເຊຍ​ກ່າວ​ວ່າ: ຂີ​ປະ​ນາ​ວຸດ​ດັ່ງ​ກ່າວ​ໄດ້​ຍິງ​ຖືກ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ຢ່າງ​ແມ່ນ​ຢຳ​ໃນ​ເວ​ລາ​ທີ່​ກຳ​ນົດ​ໄວ້ ແລະ​ໄດ້​ສຳ​ເລັດ​ໜ້າ​ທີ່​ທີ່​ຕັ້ງ​ໄວ້​ຢ່າງ​ສຳ​ເລັດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ