ເກີດ​ຄວາມ​ວຸ້ນ​ວາຍ​ຢູ່​ຫຼາຍ​ແຫ່ງ​ຂອງ​ອິນ​ເດຍ​ ປະ​ຊາ​ຊົນ 9 ຄົນ​ເສຍ​ຊີ​ວິດ
2018-04-03 10:57:29  cri 
ຕາມ​ສື່ມວນ​ຊົນ​ອິນ​ເດຍ​ລາຍ​ງານ​ວ່າ: ໃນ​ວັນ​ທີ 2 ເມ​ສາ​ນີ້, ຢູ່​ຫຼ​າຍ​ແຫ່ງ​ຂອງ​ອິນ​ເດຍ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ, ປັດ​ຈຸ​ບັນ​ເຮັດໃຫ້​​ປະ​ຊາ​ຊົນ​ເສຍ​ຊີ​ວິດ 9 ຄົນ ແລະ​ບາດ​ເຈັບ 6 ຄົນ. ໃນ​ມື້​ດັ່ງ​ກ່າວ, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອິນ​ເດຍ​ກ່າວ​ວ່າ: ຜູ້​ທີ່​ເສຍ​ຊີ​ວິດ​ສ່ວນ​ຫຼາຍ​ແມ່ນ​ຖືກ​ຕຳ​ຫຼວດ​ຍິງ​​ໃນຂະ​ນະ​ທີ່​ເກີດຄວາມ​ວຸ້ນ​ວາຍ.

ຂ່າວ​ແຈ້ງຕື່ມວ່າ, ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ດັ່ງ​ກ່າວ​ຍ້ອນ​ວ່າ ສານ​ສູງ​ສຸດ​ຂອງ​ອິນ​ເດຍ​ໄດ້​ຕົກ​ລົງ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ບໍ່​ສາ​ມາດ​ຈັບ​ຕົວ​ຜູ້​ຖືກ​ສົງ​ໄສ​ໝິ່ນ​ປະ​ໝາດ​ແລະ​ທໍ​ລະ​ມານ​ກຸ່ມ​ນອກ​ສັງ​ຄົມ​ໃນ​ທັນ​ທີ​ຫຼັງ​ຈາກ​ໄດ້​ຮັບ​ການລາຍ​ງານ​ແລ້ວ, ແຕ່​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ກ່ອນ​ຈຶ່ງ​ຈະ​ສາ​ມາດ​ຈັບ​ຕົວ​ເຂົາ​ເຈົ້າ​ໄດ້. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຊາວ​ດາ​ລິດ​ບໍ່​ພໍ​ໃຈ.

ໃນ​ໄລ​ຍະ​ຍາວ​ນານ​ຜ່ານ​ມາ, ຊາວ​ດາ​ລິດ​ໄດ້​ຖືກ​ເຫັນ​ເປັນ​ກຸ່ມ​ທີ່​ຖືກ​ໝິ່ນ​ປະ​ໝາດ​ທີ່​ສຸດ​ຈາກ​ສັງ​ຄົມ​ອິນ​ເດຍ. ເຖິງວ່າ​ການ​ໝິ່ນ​ປະ​ໝາດຫຼື​ດູ​ຖູກ​ນາມ​ສະ​ກຸນ​ແມ່ນ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ກໍ່​ຕາມ,ແຕ່​ປາ​ກົດ​ການ​ດັ່ງ​ກ່າວ​ຍັງ​ມັກ​ເກີດ​ຂຶ້ນ​ຢູ່​ໃນ​ທົ່ວ​ປະ​ເທດ​ອິນ​ເດຍ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ