ຫໍ​ພິ​ພິ​ທະ​ພັນ​ຈ້ຽນ​ຊ່ວນ​ຂຸມ​ລີ້​ຍົນ​ຖິ້ມ​ລະ​ເບີດ​ຈຸ່ງ​ກິ່ງ​ເລີ່ມ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ
2018-04-03 16:17:46  cri 


ວັນ​ທີ 1 ເມ​ສາ​ນີ້, ຫໍ​ພິ​ພິ​ທະ​ພັນ​ຈ້ຽນ​ຊ່ວນ​ຈຸ່ງ​ກິ່ງ​ທີ່​ສ້າງ​ຂຶ້ນ​ດ້ວຍຂຸມ​ລີ້​ຍົນ​ຖິ້ມ​ລະ​ເບີດ 21 ຂຸມ​ໄດ້​ສຳ​ເລັດ​ຈັດການ​ວາງ​ສະ​ແດງໂດຍ​ພື້​ນ​ຖານ. ຂ່າວ​ແຈ້ງວ່າ: ຫໍ​ພິ​ພິ​ທະ​ພັນ​ຈ້ຽນ​ຊ່ວນ​ຈຸ່ງ​ກິ່ງ​ປະ​ກອບ​ມີ​ຫ້ອງ​ຫຼັກ 8 ຫ້ອງ​ເຊັ່ນ: ຫ້ອງປະ​ຫວັດ​ການ​ພັດ​ທະ​ນາ​ຂອງ​ອາ​ວຸດ, ທີ່​ຢູ່​ເກົ່າ​ຂອງ​ໂຮງ​ງານ​ອາ​ວຸດ​ທີ 1 ຂອງ​ກົມ​ອຸດ​ສາ​ຫະ​ກຳ​ອາ​ວຸດ​, ວັດ​ຖຸ​ບູ​ຮານ​ໃນ​ສົງ​ຄາມ​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ, ເລື່ອງ​ກ່ຽວ​ກັບ​ຈຸ່ງ​ກິ່ງ, ອວຍ​ພອນ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ​ແພດ​ສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ ແລະ ຫ້ອງວັດ​ທະ​ນະ​ທຳ "喜"(ສິ​ລິ​ມຸງ​ຄຸນ) ຂອງ​ຈີນ​ເປັນ​ຕົ້ນ. ໃນ​ເດືອນ​ພຶດ​ສະ​ພາ​ໜ້າ​ນີ້​ຈະ​ເລີ່ມ​ໃຫ້​ບໍ​ລິ​ການ​ຕໍ່​ປະ​ຊາ​ຊົນ. ຂຸມ​ລີ້​ຍົນ​ຖິ້ມ​ລະ​ເບີດ​ເຫຼົ່າ​ນີ້​ແມ່ນ​ໂຄງ​ການ​ປ້ອງ​ກັນ​ອາ​ກາດ​ປະ​ຊາ​ຊົນ​ທີ່​ສ້າງ​ຂຶ້ນ​ເມື່ອ​ຊຸມ​ປີ 1960.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ