ທາງ​ລົດ​ໄຟ​ສາກົນ​ຈີນ-ມຽນມາສາຍ​ກວາງ​ທົ່ງ-ຕາ​ຫຼີ​ສຳ​ເລັດ​ການປູ​ລາງ​ຕາມ​ແຜນການ
2018-04-03 17:14:58  cri 
ວັນ​ທີ 2 ​ເມສາ​ນີ້, ​ບໍລິສັດທາງ​ລົດ​ໄຟ​ຈີນ​ສາຂາ​ຄຸນ​ມິ​ງຈຳກັດ​ແຈ້ງ​ໃຫ້​ຮູ້ວ່າ: ທາງ​ລົດ​​ໄຟສາກົນ​ຈີນ​-ມຽນມາ​ສາຍ​ກວາງ​ທົ່ງ-ຕ້າ​ຫຼີທີ່​ຮັບຜິດຊອບ​ໂດຍ​ກົມ​ທີ​ສອງ​ຂອງ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ໄດ້​ສຳ​ເລັດ​ການປູ​ລາງ ​ເຊິ່ງ​ໄດ້​ສ້າງ​ພື້ນຖານ​ໃຫ້ການ​​ແລ່ນ​ລົດຈາກນະຄອນ​ຄຸນ​ມີ​ງຫາ​ຕ້າຫຼີຕາມ​ແຜນການທີ່​ວາງ​ໄວ້.

ທາງ​ລົດ​ໄຟສາຍ​ນີ້ຜ່ານ​ພາກກາງ ​ແລະພາກ​ຕາ​ເວັນ​ຕົກຂອງ​ແຂວງ​ຢຸນນານ, ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ພູ​ພຽງ​ຢຸນກຸ້ຍ, ​ເລີ່ມ​ຈາກ​ຕາ​ແສງ​ກວາງ​ທົ່ງ​ເມືອງ​ສູ​ຊົງ ​ເຊິ່ງມີ​ຄວາມສູງຈາກ​ລະດັບ​ໜ້າ​ນ້ຳ​ທະ​ເລ 1750 ​ແມັດ ​ແລະ​ຮອດ​ເມືອງ​ຕ້າ​ຫຼີ ​ມີ​ຄວາມ​ສູງຈາກ​ລະດັບ​ໜ້າ​ນ້ຳ​ທະ​​ເລ 1980 ​ແມັດ, ຫຼຸດ​ລື່ນ 230 ​ແມັດ ໝາຍ​ຄວາມ​ວ່າ ສະ​ເລ່ຍ​ແລ້ວຈາກ​ກວາງ​ທົ່ງ​ຫາ​ຕ້າ​ຫຼີທາງ​ລົດ​ໄຟ​ແຕ່​ລະ​ກິ​ໂລ​ແມັດ​ໄດ້​ຍົກ​ສູງ​ຂຶ້ນ​ເກືອບ 1,4 ​ແມັດ​​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ