ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ສຸຣະບາຢາຈັດ​ພິທີ​ມອບຮັບ​ "ຮ້ານ​ປຶ້ມ​ເຈີ້​ງ​ເຮີ" ຄັ້ງ​ທີ 5
2018-04-03 17:16:01  cri 
ວັນ​ທີ 2 ​ເມສາ​ນີ້, ສະຖານ​ກົງ​ສຸນ​ໃຫຍ່​ຈີນ​ປະຈຳ​ເມືອງ​ສຸຣະບາຢາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ພິທີ​ມອບຮັບ "ຮ້ານ​ປຶ້ມ​ເຈີ້​ງ​ເຮີ" ຄັ້ງ​ທີ 5 ​ເຊິ່ງ​ໄດ້​ມອບ​ປຶ້ມ ​ແລະ​ອຸປະກອນການ​ຮຽນ ​ເຊັ່ນ: ຮ້ານ​ໃສ່​ປຶ້ມ ​ແລະ​ອື່ນໆ​ໃຫ້​ໂຮງຮຽນ 10 ​ແຫ່ງ​ຂອງແຂວງ​ຈາ​ວາ​ຕາ​ເວັນ​ອອກ ​ແລະ​​ແຂວງ​ຈາ​ວາກາງ.

ທ່ານ​ເຄປາລາ ດີ​ນັສ ​ເປີ​ປູ​ສຕາ​ຄາ​ອັນ ດັນ ​​ແຄຣສີ​ປັນ ສຸດ​ໂຈ​ໂນ ຜູ້ຕາງໜ້າ​ເຈົ້າ​ແຂວງຈາ​ວາຕາ​​ເວັນ​ອອກ​ອິນ​ໂດ​ເນ​ເຊຍ, ຫົວໜ້າ​ພະ​ແນ​ກ​ຄຸ້ມ​ຄອງ​ຫໍສະໝຸດ ​ແລະ​ເອກະສານ​ເກົ່າ​ກ່າວ​ວ່າ: ປຶ້ມ​ທີ່​ມອບ​ໂດຍສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ສຸຣະບາຢາສາມາດ​ຊ່ວຍ​​ນັກ​ສຶກສາສ້າງ​ຄວາມ​ຊິນ​ເຄີຍ​​ໃນ​ການອ່ານ ​ແລະ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງມີ​ສຸຂະພາບ, ອົບຮົມບຸກຄະລາ​ກອນ​ໃຫ້​ອິນ​ໂດ​ເນ​ເຊຍ. ​ແລະສາມາດ​ເພີ່ມ​ທະວີ​ສາຍ​ພົວພັນ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ທີ່​ດີ​ລະຫວ່າງ​​ອິນ​ໂດ​ເນ​ເຊຍ ​ແລະ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ