ສະ​ພາ​ຕ່ຳ​ມາ​ເລ​ເຊຍ​ຜ່ານ​ຍັດ​ຕິ​​ກົດ​ໝາຍຕ້ານ​ຂ່າວ​ປອມ
2018-04-03 14:15:23  cri 
ວັນ​ທີ 2 ເມ​ສາ​ນີ້, ສະ​ພາ​ຕ່ຳ​ມາ​ເລ​ເຊຍ​ໄດ້​ຜ່ານ​ຍັດ​ຕິ​ກົດ​ໝາຍ​ຕ້ານ​ຂ່າ​ວ​ປອມ ດ້ວຍ 123 ​ສຽງ​ເຫັນ​ດີ ແລະ 64 ​ສຽງ​ຄັດ​ຄ້ານ.

ອີງ​ຕາມ​ຍັດ​ຕິ​ສະ​ບັບ​ນີ້, ຄົນ​ທີ່​ຕັ້ງ​ໃຈ​ປັ້ນ​ແຕ່ງ, ກະ​ຈາຍ ແລະ ເຜີຍ​ແຜ່​ຂ່າວ​ປອມ​ຈະ​ຖືກ​ຕັດ​ສິນ​ຕິດ​ຄຸກ​ສູງ​ສຸດ​ເຖິງ 6 ປີ ແລະ​ ​ປັບໄໝເງິນ 5 ແສນ​ລິງ​ກິດ.

ອີງ​ຕາມ​ຍັດ​ຕິ​ດັ່ງ​ກ່າວ, ການ​ກ່າວ​ຟ້ອງ​ກ່ຽວ​ກັບ​ຂ່າວ​ປອມ​ຍັງ​ເໝາະສົມ​ໃຊ້​​ນຳຄົນ​ຕ່າງ​ປະ​ເທດ​ຄື​ກັນ, ຂໍ​ພຽງ​ແຕ່​ເນື້ອ​ໃນ ຫຼື ຜູ້​ຖືກ​ເຄາະ​ຮ້າຍ​ໃນ​ຂ່າວ​ປອມ​ພົວ​ພັນ​ເຖິງ​ມາ​ເລ​ເຊຍ, ພົນ​ລະ​ເມືອງ​ ຫຼື ອົງ​ກາ​ນ​ຈັດ​ຕັ້ງ​ຂອງມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ