ນັກ​ວິ​ທະ​ຍ​າ​ສາດ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ "ຊິ​ບ​ໝາກ​ຫົວ​ໃຈ" ທີ່ "ເຫັນ​ໄດ້"
2018-04-03 14:33:57  cri 

ວັນ​ທີ 2 ເມ​ສາ​ນີ້, ໜ່ວຍ​ງານ​ຄົ້ນ​ຄວ້າ​ມະ​ຫາ​ວິ​ທະ​ຍາ​ໄລ​​ຕາ​ເວັນ​ອອກ​ສຽງ​ໃຕ້​ຈີນ​ໄດ້​ຄົ້ນ​ຄວ້າ​ຜະ​ລິດ "ຊິບ​ໝາກ​ຫົວ​ໃຈ" ທີ່​ປ່ຽນ​ສີ​ໄດ້. ຊິ​ບແບບ​ນີ້​ສາ​ມາດ​ລອກ​ແບບ​ການ​​ເຕັ້ນ​ແລະ​ການ​ຫົດ​ຂອງ​ຈຸ​ລັງ​ໃນ​ກ້າມ​ຊີ້ນໝາກ​ຫົວ​ໃຈຢູ່ນອກ​ຮ່າງ​ກາຍ​ຄົນ. ນອກ​ນີ້, ການ​ຄົ້ນ​ຄວ້າ​ຍັງ​ໄດ້​ເພີ່ມ​ຢາ​ງ​ຊະ​ນິດ​ໜຶ່ງ​ທີ່​ສາ​ມາດ​ປ່ຽນ​ສີ​ໄດ້ ເພື່ອສະ​ທ້ອນ​ການ​ເໜັງ​ຕີງ​ຂອງ​ຈຸ​ລັງ. ໃນ​ອະ​ນາ​ຄົດ, ເຕັກ​ນິກ​ແບບນີ້​ຈະ​ສາ​ມາດ​ເຂົ້າ​ແທນ​ຊີ​ວະ​ຊາດ ເພື່ອ​ສັງ​ເກດ​ຢາ​ປະ​ເພດ​ຕ່າງໆ​ຈະ​ມີ​ຜົນ​ສະ​ທ້ອນ​ແນວ​ໃດ​ຕໍ່​ຮ່າງ​ກາຍ​ຄົນ​ເຮົາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ