ເຢຍລະ​ມັນ​ສະໜອງ​ທຶນກວ່າ 71 ຕື້​ກີບ​ເພື່ອ​ໂຄງການ​ຄຸ້ມ​ຄອງ​ປ່າ​ໄມ້ຢູ່​ລາວ
2018-04-04 15:15:33  cri 
ໜັງສືພິມ "ວຽງ​ຈັນ​ທາມ​ສ໌" ຂອງ​ລາວ ສະບັບ​ວັນ​ທີ 3 ​ເມສາ​ນີ້ລາຍ​ງານ​ວ່າ ທ່ານນາງ​ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ລາວ ​ແລະ ທ່ານ​ເຈນ​ສ໌ ປີ​ເຕີ ລຸດ​ເຄນ​ເຮີ​ມ ​ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ​ປະຈຳ​ລາວ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ໂດຍ​ລັດຖະບານ​ເຢຍລະ​ມັນ​ຈະ​ສະໜອງ​ທຶນ​ກວ່າ 71 ຕື້ ກີບ ຫຼື 7 ລ້ານ​ເອີ​ໂຣ ​ເພື່ອ​ໃຊ້​ເຂົ້າ​ໃນ​ໂຄງການ​ຄຸ້ມ​ຄອງ​ປ່າ​ໄມ້​ຊົນນະບົດ​ໂຄງການ​ໃໝ່, ​ຍົກ​ລະດັບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ໂດຍ​ຜ່ານ​ການ​ປັບປຸງລະບົບ​ນິ​ເວດ​ຂອງ​ປ່າ​ໄມ້​ຢູ່​ເຂດ​ເປົ້າໝາຍ​ໂຄງການ. ​ໂຄງການ​ດັ່ງກ່າວ​ຈະ​ເລີ່​ມປະຕິບັດ​ໃນ​ປີ​ນີ້ ​ແລະຄາດວ່າ​ຈະ​ສຳ​ເລັດ​ໃນ​ປີ 2023.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ