ຈີນ​ເກັບ​ພາສີຕ້ານ​ການ​ຂາຍ​ທຸ້ມຕະຫຼາດຕໍ່​ຜະລິດ​ຕະພັນ​ອຸດສາຫະກຳ​ເຄມີ​ນຳ​ເຂົ້າຈາກ​ອາ​ເມ​ລິ​ກາ​ແລະ​ສະຫະພາບເອີຣົບ
2018-04-04 16:21:04  cri 

ຫຼັງອາ​ເມ​ລິ​ກາ​ປະກາດ​ບັນຊີ​ລາຍການ​ສິນຄ້າ​ນຳ​ເຂົ້າຈາກ​ຈີນ​ທີ່ຈະ​ຕ້ອງ​ເສຍ​ພາສີ ​ໂດຍ​ອ້າງ​ການ​ກວດກາ 301 ຕໍ່​ຈີນ ວັນ​ທີ 4 ເມສາ​ນີ້, ກະຊວງການ​ຄ້າ​ຈີນ​ໄດ້​ປະກາດ​ວ່າ: ນັບ​ແຕ່​ວັນ​ທີ 12 ​ເດືອນ​ດຽວ​ກັນ​ເປັນຕົ້ນ​​ໄປ ຈີນຈະ​ເກັບ​ພາສີ​ຕ້ານ​ການ​ທຸ້ມຕະຫຼາດຕໍ່ ethylene glycol ​ແລະ​ຜະລິດ​ຕະພັນ​ອຸດສາຫະກຳ​ເຄມີ​ປະ​ເພດ​ອື່ນໆ​ອີກ ທີ່​ນຳ​ເຂົ້າຈາກ​ອາ​ເມ​ລິ​ກາ​ແລະ​ສະຫະພາບເອີຣົບ.

​ໃນ​ນີ້, ອັດຕາ​ພາສີ​ຕ້ານ​ການ​ຂາຍ​ທຸ້ມຕະຫຼາດຕໍ່​ການ​ນຳ​ເຂົ້າຈາກ​ອາ​ເມ​ລິ​ກາ​ກຳນົດ​ຢູ່​ລະຫວ່າງ 37,5%-75,5% ​ແລະຕໍ່ສະຫະພາບ​ເອີຣົບ​ແມ່ນ​ຢູ່ລະຫວ່າງ 10,8%-43,5%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ