ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ສາ​ມາດ​ຊຸກ​ຍູ້​ວິ​ໄສ​ທັດຮ່ວມ​ຂອງ​ອາ​ຊີ​ໃນ​ສະຕະ​ວັດ​ນີ້​ຢ່າງ​ແຂງ​ແຮງ
2018-04-04 10:57:22  cri 


ຕາມ​ຂ່າວCRI: ກ່ອນ​ຈະ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 2018 ​ຢູ່​ຈີນ​, ວັນ​ທີ 3 ເມ​ສາ​ນີ້, ທ່ານ​ ຊາ​ຮິດ ຄາການ ອັບ​ບາ​ຊີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​ໄດ້​ໃຫ້​ສຳ​ພາດ​ຮ່ວມ​ຕໍ່​ສື່ມວນ​ຊົນ​ຈີນ​ປະ​ຈຳ​ປາ​ກິ​ສະ​ຖານ​ຢູ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດວ່າ: ໃນ​ຖານ​ະ​ເປັນ​ໜຶ່ງ​ໃນ​ປະ​ເທດ​ສະ​ມາ​ຊິກ​ຜູ້​ກໍ່​ຕັ້ງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 26 ປະ​ເທດ, ປາ​ກິ​ສະ​ຖານ​ໄດ້​ໃຫ້​ຄວາ​ມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ, ແລະ​ຫວັງ​ວ່າ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ຈະ​ສາ​ມາດ​ຊຸກ​ຍູ້ວິ​ໄສ​ທັດ
ຮ່ວມ​ຂອງ​ອາ​ຊີ​ໃນສະຕະ​ວັດ​ນີ້​ຢ່າງ​ແຂງ​ແຮງ.

ທ່ານ ອັບ​ບາ​ຊີ ກ່າວ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ໄດ້​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັນ​ຢ່າງ​ເລິກ​ເຊິ່ງ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ​ເຊັ່ນ: ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ເຕັກ​ໂນ​ໂລ​ຊີ, ພະ​ລັງ​ງານ, ຊີ​ວະ​ຊາດແລະ​ສັງ​ຄົມ​ເປັນ​ຕົ້ນ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການກວມ​ລວມ​ໄດ້​ກາຍ​ເປັນ​ຄວາມ​ຕ້ອງ​ການ​ແຫ່ງ​ຍຸກ​ໃໝ່​ໃນ​ປັດ​ຈຸ​ບັນ. ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​​​ນັບ​ມື້​ນັບ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຂຶ້ນກວ່າ​ເກົ່າ ເຊິ່ງ​ໄດ້​ສະ​ໜອງ​ໂອ​ກາດ​ການ​ແລກ​ປ່ຽນ​ທີ່​ດີ​ໃຫ້​ແກ່​ການ​ເຊື່ອມ​ຈອດ​ກັນ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.

ທ່ານ ອັບ​ບາ​ຊີ ກ່າວ​ວ່າ: ເລື່ອງ​ຈິງ​ທີ່ 60 ກວ່າ​ປະ​ເທດ ແລະ 100 ອົງ​ການ​ຈັດ​ຕັ້ງ​ພວມ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ຢັ້ງ​ຢືນ​ວ່າ: ຂໍ້​ລິ​ເລີ່ມ​ທີ່​ຍິ່ງ​ໃຫຍ່​ດັ່ງ​ກ່າວ​ພວມ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ຂະ​ນະ​ດຽວ​ກັນ​ກໍ່​ໄດ້ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ເຂດ​ແຄວ້ນ​ໃຫ້​ມີ​ຄວາມ​ໃກ້​ຊິດກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ