ຍົນ​ສູ້​ຮົບ​ຊ້ອມ​ລຳ​ໜຶ່ງ​ຂອງກອງ​ທັບ​ອາ​ກາດ​ມຽນ​ມາ​ຕົກ
2018-04-04 10:23:22  cri 
ວັນ​ທີ 3 ເມ​ສາ​ນີ້, ກອງ​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ​ເປີດ​ເຜີຍ​ທາງ​ສື່​ສັງ​ຄົມອອນ​ໄລວ່າ, 11 ໂມງ​ເຊົ້າ​ມື້​ດຽວ​ກັນ, ຍົນ​ສູ້​ຮົບ​ຊ້ອມ​ລຳ​ໜຶ່ງ​ຂອງກອງ​ທັບ​ອາ​ກາດ​ມຽນ​ມາ​ໄດ້ເກີດ​ອຸ​ບັດ​ເຫດ​ຕົກ​​ໃນ​ເວ​ລາ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຢູ່​ເຂດ​ຕາວ​ກູ​ແຂວງ​ບາ​ໂກ, ​ເຮັດ​ໃຫ້ນັກ​ບິນ​​ເສຍ​ຊີ​ວິດ​ທັນ​ທີ.

ແຈ້ງ​ການ​ຂຽນ​ວ່າ, ຍົນ​ສູ້​ຮົບ​ຊ້ອມ​ລຳ​ໜຶ່ງ​ຂອງ​ຖານ​ທັບ​ອາ​ກາດ​ຕາວ​ກູ​ໄດ້​ຊ້ອມ​ບິນ​ຢູ່​ບ່ອນ​ທີ່​ໄກ​ຈາກ​ສະ​ໜາມ​ບິນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ 5 ກິ​ໂລ​ແມັດ ແລະ ໄດ້​​ເກີດ​ອຸ​ບັດ​ເຫດ ແລະ ຕົກ​ໃນ​ເວ​ລາ​ບິນ​ຢູ່​ຄວາມ​ສູງ 500 ແມັດ ສາ​ເຫດຍ້ອນ​ເຄື່ອງ​ຈັກ​ຕິດ​ຄັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ