ຈີນ​​ຂຶ້ນພາ​ສີ​ຕື່ມ​ຕໍ່​ການນຳ​ເຂົ້າ​​ຖົ່ວ​ເຫຼືອງ​ຈາກ​ອາ​ເມ​ລິ​ກາ​​
2018-04-04 20:41:28  cri 
ວັນ​ທີ 4 ເມ​ສາ​ນີ້, ທ່ານ​ຈູ່​ກ່ວງ​ຢ້າວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ​ການສົ່ງ​ອອກ​ຖົ່ວ​ເຫຼືອ​ງ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ໄດ້​ກວມ​ເຖິງ 62% ຂອງຍອດ​ປະ​ລິ​ມານ​ສົ່ງ​ອອກ​ຖົ່ວ​ເຫຼືອງ​ຂອງ​ອາ​ເມ​ລິ​ກາ, ​ປະ​ລິ​ມານ​ນຳ​ເຂົ້າ​ຖົ່ວ​ເຫຼືອງ​ຈາກ​ອາ​ເມ​ລິ​ກາ​ໃນ​ປີ 2017 ຂອງ​ຈີນ​ໄດ້​ກວມ 34,39%ຂອງຍອດ​ປະ​ລິ​ມານ​ນຳ​ເຂົ້າ​ຖົ່ວ​ເຫຼືອງ​ຂອງ​ຈີນ. ຊາວ​ກະ​ສິ​ກອນ​ປູກ​ຖົ່ວ​ເຫຼືອງ​ຂອງ​ຈີນ​ໄດ້​ຮ້ອງ​ຟ້ອງວ່າ, ນະ​ໂຍ​ບາຍ​ອຸດ​ໜູນ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ທຳ​ລາຍ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຕົນ, ລັດ​ຖະ​ບານ​ຈີນ​ເຄົາ​ລົບ​ຄວາມ​ຮຽກ​ຮ້ອງ​ຂອ​ງ​ຊາວ​ກະ​ສິ​ກອນ​ ແລະ ​ຄຳ​ຮ້ອງ​ຟ້ອງ​ຂອງ​ສະ​ມາ​ຄົມ​ຖົ່ວ​ເຫຼືອງ​ຂອງ​​ປະ​ເທດ​ຕົນ. ສະ​ນັ້ນ, ຖົ່ວ​ເຫຼືອງ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ປະ​ເພດ​ສິນ​ຄ້າ​ທີ່​ຈີນ​ໄດ້​​ຂຶ້ນ​ພາ​ສີ​​ຕື່ມ​ຕໍ່​ອາ​ເມ​ລິ​ກາ.

ແຕ່​ວ່າ, ທ່ານ​ຈູ່​ກ່ວງ​ຢ້າວ​ກໍ​ກ່າວ​ວ່າ, ປັດ​ຈຸ​ບັນ, ບັນ​ຊີ​ລາຍ​​ການ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ຍັງ​ບໍ່​ທັນ​ມີ​ຜົນ​ບັງ​ຄັບ​ໃຊ້​ເທື່ອ, ສອງ​ຝ່າຍ​ໄດ້​ຍົກ​ບັນ​ຫາ​ຂຶ້ນ​ມາ​ໄວ້​ເທິງໂຕະ​ ແລະ ປັດ​ຈຸ​ບັນ​ເປັນ​ເວ​ລາ​ເຈ​ລະ​ຈາ​​ແລ້ວ​ເພື່ອ​ສະ​ແຫວງ​ຫາ​ການຮ່ວມ​ມື​ກັນ, ​ຂະ​ນະ​ທີ່ປະ​ຖົມ​ປັດ​ໄຈ​ຂອງ​ການ​ເຈ​ລະ​ຈາ​ແລະ​ຮ່ວມ​ມື​ກັນ​ແມ່ນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຫາກ​ບໍ່​ແມ່ນ​ຝ່າຍ​ໜຶ່ງ​ວາງ​ເງື່ອນ​ໄຂ​ໃຫ້​ອີກ​ຝ່າຍ​ໜຶ່ງ​ຢ່າງ​ບັງ​ອາດ ແລະ ຕາ​ມ​ໃຈ​ຂອງ​ຕົນ. ທ່ານ​ກ່າວ​ເນັ້ນ​ວ່າ, ທາດ​ແທ້​ຂອງ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ປະ​ຖົມ​ປັດ​ໄຈ​ແຫ່ງ​ການ​ເຈ​ລະ​ຈາ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ. ປະ​ຖົມ​ປັດ​ໄຈ​ຂອງ​ການ​ປຶກ​ສາ​ຫາ​ລື​ແມ່ນ​ຜ່ອນ​ຜັນ​ແກ່​ກັນ, ຫາກ​ບໍ່​ແມ່ນ​ຕັ້ງ​ໃຈ​ເຮັດ​ຕາ​ມ​ໃຈ​ຂອງ​ຕົນ.ມີ​ແຕ່​ຜ່ານ​ການ​ສົນ​ທະ​ນາ​ທີ່​ມີ​ລັ​ກ​ສະ​ນະ​ສ້າງ​ສັນ ແລະ ການ​ປຶກ​ສາ​ຫາ​ລື​ທີ່​ຕິດ​ແທດ​ຕົວ​ຈິງ ຈິ່ງ​ຈະ​ສາ​ມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ