ສະ​ຫະ​ພາບ​ເອີ​ລົບບໍ່​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ທາງ​ການ​ຄ້າ​ທີ່ຝືນ​ກັບລະ​ບຽບ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ
2018-04-05 16:56:59  cri 
ວັນ​ທີ 4 ເມ​ສານີ້ ທ່ານ​ດັນ​ນິວ ໂ​ຣຊາ​ຣິວ, ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ລົບ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ສະ​ຫະ​ພາບ​ເອີ​ລົບ​ເອົາ​ໃຈ​ໃສ່​ເຖິງ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ລາຍ​ຊື່​ສະ​ເໜີ​ໃຫ້​ຂື້ນ​ອັດ​ຕາ​ພາ​ສີຕໍ່​ສິນ​ຄ້າ​ຈີນ​ໂດຍ​ອີງ​ຕາມ"ການ​ກວດ​ກາ 301", ຈຶ່ງ​ຄັດ​ຄ້ານ​ມາ​ດ​ຕະ​ການ​ທາງ​ກາ​ນ​ຄ້າ​ໃດໆ​ທີ່​ຝືນ​ກັບລະ​ບຽບ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຂ່າວ​ສານ​ຊິນ​ຮ​ວາ​ໃນ​ມື້​ດຽວ​ກັນ ທ່ານ​ໂຣ​ຊາ​ຣິວ​ກ່າວ​ວ່າ, ສະ​ຫະ​ພາບ​ເອີ​ລົບ​ໄດ້​ຕິດ​ຕາມ​ຢ່າງ​​ໃກ້​ຊິດ​ມາ​ໂດຍ​ຕະ​ຫຼອດ​ຕໍ່​ຄວາມ​ຄືບ​ໜ້າ​ແຫ່ງ​ການ​ກວດ​ກາ301ທີ່​ອາ​ເມ​ລິ​ກາ​ລິ​ເລີ່ມ​ແຕ່​ເດືອນ​ສິງ​ຫາ​ປີ​ຜ່ນ​​ມາ. ​ຫຼັງ​ຈາກ​ອາ​ເມ​ລິ​ກາ​ປະ​ກາດ​ຂໍ້​ລະ​ອຽດ​ທັງ​ໝົດ​ແລ້ວ, ສະ​ຫະ​ພາບ​ເອີ​ລົບ​ຈະ​ດຳ​ເນີນ​ການ​ກວດ​ກາ​ຕື່ມ​ອີກ.

ທ່ານ​ກ່າວ​ເນັ້ນ​ວ່າ, ມາດ​ຕະ​ການ​ການ​ຄ້າ​ຕ້ອງ​ການ​ປະ​ຕິ​ບັດ​ພາຍ​ໃນ​ຂອບ WTO ເຊິ່ງ WTO ໄດ້​ສະ​ໜອງຫຼາຍ​ເຄື່ອງ​ມື​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ທາງ​ການ​ຄ້າ. ຂະ​ນະ​ດຽວ​ກັນ, ທ່ານ​ກໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄວນ​ຮັບ​ປະ​ກັນ​ໃຫ້​ການ​ກະ​ທຳ​ທາງ​ການ​ຄ້າ​ຂອງ​ຕົນ​ສອດ​ຄ່ອງ​ກັບ​ລະ​ບຽບ​ການ WTO, ມາດ​ຕະ​ການ​ການ​ຄ້າ​ທີ່​ສະ​ຫະ​ພາບ​ເອີ​ລົບ​ໄດ້​ປະ​ຕິ​ບັດ​ມາ​ແລ້ວ​ນັ້ນ ຈະ​ສອດ​ຄ່ອງ​ກັບ​ລະ​ບຽບ​ການ WTO ຫຼື​ບໍ່, ຍັງ​ຕ້ອງ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ