ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຢຸດ​ຕິ​ການກວດ​ກາ 301 ຕໍ່​ຈີນ
2018-04-05 18:00:07  cri 
​ຕາມ​ຂ່າວCRI: ວັນ​ທີ 4 ເມ​ສາ​ນີ້, ຢູ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ ຊຸ່ຍ​ທ່ຽນ​ໄຂ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບທ່ານ ຈອນ ຊູ​ລີ​ວານ ​ຜູ້​ວ່າ​ການແທ​ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໂດຍ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ່​ຄືວຽກ​ງານ​ທີ່​ກ່ຽວ​ຂ້ອງ​ອື່ນໆ.

ທ່ານ ຊຸ່ຍ​ທ່ຽນ​ໄຂ ໄດ້​ຢ້ຳ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ ໂດຍ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຢຸດ​ຕິ​ການກະ​ທຳ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໂດຍ​ໄວ, ຢຸດ​ຕິ​ການກວດ​ກາ 301 ຕໍ່​ຈີນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ເຈ​ລະ​ຈາ.

ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ບັນ​ຫາ​ທີ່​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ