ສະ​ຖານ​ທູດ​ຈີນ​ປະ​ຈຳ​ປາ​ກິ​ສະ​ຖານມອບເຄື່​ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່ກອງ​ທັບ​ບົກ​ປາ​ກິ​ສະ​ຖານ
2018-04-05 18:01:00  cri 
ວັນ​ທີ 4 ເມ​ສາ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ປາ​ກິ​ສະ​ຖານ​ໄດ້ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ງວດ​ໜຶ່ງ​ໃຫ້​ແກ່ກອງ​ທັບ​ບົກ​ປາ​ກິ​ສະ​ຖານ ເພື່ອ​ຊ່ວ​ຍ​ປັບ​ປຸງ​ເງື່ອນ​ໄຂ​ດ້ານ​ວຽກ​ງານ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງທະ​ຫານບົກ​ປາ​ກິ​ສະ​ຖານ​ປະ​ຈຳ​ບາງ​ເຂດ​ທີ່​ທຸກ​ຍາກ​ໃຫ້​ດີ​ຂຶ້ນ.

ທ່ານ ຢາວ​ຈິ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ປາ​ກິ​ສະ​ຖານ, ທ່ານ ເສີນ​ເວີນ​ໂຢງ ທູດ​ທະ​ຫານ​ຂອງ​ຈີນ ແລະ​ ເຈົ້າ​ໜ້າ​ທີ່​ຂອງກອງ​ທັບ​ບົກ​ປາ​ກິ​ສະ​ຖານ​ທ່ານອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ. ເຈົ້າ​ໜ້າ​ທີ່ກອງ​ທັບ​ບົກ​ປາ​ກິ​ສະ​ຖານ​ກ່າວ​ວ່າ: ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ປາ​ກິ​ສະ​ຖານ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ, ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ,ເຊື່ອ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ສາ​ມາດໄດ້​ຮັບ​ການ​ປັບ​ປຸງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ເປັນ​ຫຼັກ​ໝາຍ​ທາງ​ຫຼາຍກວ່າ​ເກົ່າ.

ຂ່າວ​ແຈ້ງວ່າ: ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ລວມ​ທັງ​ຈັກ​ຜະ​ລິດ​ໄຟ​ຟ້າ,ພັດ​ລົມ​ແລະ​ຕູບ​ຜ້າ​ເຕັ້ນ​ເປັນ​ຕົ້ນ,ຈະ​ໃຊ້​ໃນ​ການ​ປັບ​ປຸງ​ເງື່ອນ​ໄຂ​ດ້ານ​ວຽກ​ງານ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງທະ​ຫານ​ບົກ​ປາ​ກິ​ສະ​ຖານ​ປະ​ຈຳ​ຢູ່​ເຂດ​ກົກເຫຼົ່າທີ່​ຄຸ້ມ​ຄອງ​ໂດຍ​ລັດ​ຖະ​ບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ