ໃຫ້​ພວກ​ເຮົາ​ຄະ​ນິງ​ຫາ​ວິ​ລະ​ຊົນ​ຮ່ວມ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ໃນ​ຍາມ​ບຸນ​ຊິ່ງ​ມິງ
2018-04-05 18:10:54  cri 


"ຊົນ​ຊາດ​ໜຶ່ງ​ທີ່​ມີ​ຄວາມ​ຫວັງ​ຈະ​ຂາດ​ວິ​ລະ​ຊົນ​ບໍ່​ໄດ້, ປະ​ເທດ​ໜຶ່ງ​ທີ່​ມີ​ອະ​ນາ​ຄົດ​ຈະ​ຂາດກອງ​ຕະ​ລົມ​ບອນ​ບໍ່​ໄດ້." ເມື່ອ​ເວົ້າ​ເຖິງວິ​ລະ​ຊົນ​ແຫ່​ງ​ຊາດ ແລະ ຜູ້​ເສຍ​ສະຫຼະ​ຂອງ​ຊົນ​ຊາດ, ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຈີນ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ຄະ​ນິງ​ຫາ​ຕໍ່​ພວກ​ເພິ່ນ ແລະ ທ່ານ​ກໍ​ເຄີຍ​ໄປ​ຄະ​ນິງ​ຫາ​ວິ​ລະ​ຊົນ​ຢູ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ. ເນື່ອງ​ໃນ​ໂອ​ກາດ​ບຸນ​ຊິ່ງ​ມິງ, ໃຫ້​ພວກ​ເຮົາ​ຮ່ວມ​ກັນ​ທົບ​ທວນ​ຄືນ​ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ, ຮ່ວມ​ກັນ​ຈົດ​ຈຳ​ປະ​ຫວັດ​ສາດ ແລະ ຄະ​ນິງ​ຫາ​ວິ​ລະ​ຊົນ.
ໃຫ້​ພວກ​ເຮົາ​ຄະ​ນິງ​ຫາ​ຢ່າງ​ຖາ​ວອນ

ຕອນ​ເຊົ້າ​ວັນ​ທີ 7 ກໍ​ລະ​ກົດ​ປີ 2014, ຢູ່​ຫໍ​ລະ​ນຶກ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ປະ​ຊາ​ຊົນ​ຈີນ​ທີ່​ເມືອງ​ຫວ້ານ​ຜິງ​ນະ​ຄອນຫຼວງ​ປັກ​ກິ່ງ, ຜູ້​ນຳ​ພັກ​ລັດ​ຈີນ ເຊັ່ນ ທ່ານ​ສີ​ຈິ້ນ​ຜິງ ແລະ ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ 1000 ກວ່າ​ຄົນ​ໄດ້​ຮ່ວມ​ກັນ​ລະ​ນຶກ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ຂອງ​ຈີນ​ເກີດ​ຂຶ້​ນ​ຄົບ​ຮອບ 77 ປີ. ໃນ​ພິ​ທີ​ລະ​ນຶກ, ທ່ານ​ສີ​ຈິ້ນ​ຜິງ ແລະ ນັກ​ຮົບ​ເກົ່າ​ຈີນ ພ້ອມ​ທັງ​ຜູ້​ຕາງ​ໜ້າ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ, ໄດ້​ຮ່ວມ​ກັນ​ເປີດ​ສາກ​ໃຫ້​ແກ່​ຮູບ​ປັ້ນ "ຫຼຽນ​ໄຊ​ອິດ​ສະຫຼະ​ພາບ ແລະ ເສ​ລີ​ພາບ".

ນີ້​ແມ່ນ​ຜູ້​ນຳ​ສູງ​ສຸດ​ຈີນ​ເຂົ້າ​ຮ່ວມ​ພິ​ທີ​ລະ​ນຶກ​ທາງ​ການ​ຂອງ "ເຫດ​ການ​ວັນ​ທີ 7 ກໍ​ລະ​ກົດ" ເປັນ​ຄັ້​ງ​ທຳ​ອິດ ແລະ ໃນ​ຄຳ​ປາ​ໄສ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ປາ​ກົດ​ມີ​ຊື່​ຜູ້​ເປັນ​ແມ່​ທຳ​ມະ​ດາ​ຄົນ​ໜຶ່ງ.

"ໃນ​ການ​ຕໍ່​ສູ້​ກູ້​ຊາດ​ທີ່​ຍິ່ງ​ໃຫຍ່​ຄັ້ງ​ນີ້, ລູກຫຼານ​ປະ​ຊາ​ຊາດ​ຈີນ​ໄດ້​ສະຫຼະ​ເລືອດ​ເນື້ອ​ຂອງ​ຕົນ ເພື່ອຄວາມ​ເປັນ​ເອ​ກະ​ລາດ ແລະ ເສ​ລີ​ພາບ​ຂອງ​ປະ​ຊາ​ຊາດ​ຈີນ, ແມ່​ສົ່ງ​ລູກ​ໄປ​ສູ້​ກັບ​ຈັກ​ກະ​ພັດ​ຍີ່​ປຸ່ນ, ເມຍ​ສົ່ງ​ຜົວ​ໄປ​ສະ​ໜາ​ມ​ຮົບ, ພໍ່​ແມ່​ພີ່​ນ້ອງ​ຮ່ວມ​ໃຈ​ຮ່ວມ​ແຮງ​ກັນ. ມີ​ແມ່​ຜູ້​ໜຶ່ງ​ຊື່​ເຕິ້ງ​ຢູ້​ເຟິ່ນ​ຈາກ​ເມືອງ​ມີ້​ຢຸນ​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ສົ່ງ​ຜົວ ແລະ ລູກ 5 ຄົນ​ໄປ​ແນວ​ໜ້າ, ພໍ່​ລູກ​ທັງ 6 ໄດ້​ເສຍ​ສະຫຼະ​ໝົດ."


ຈີນ​ໄດ້​ກຳ​ນົດ 3 ວັນ​ດ້ວຍ​ຮູບ​ການ​ນິ​ຕິ​ບັນ​ຍັດ. ຈາກ​ນັ້ນ​ມາ, ການ​ຄະ​ນິງ​ຫາ​ວິ​ລະ​ຊົນ​ໄດ້​ກາຍ​ເປັນ​ພິ​ທີ​ລະ​ດັບ​ຊາດ​ຂອງ​ຈີນ.

ປີ 2014, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ໃນ​ຄຳ​ອວຍ​ພອນ​ປີ​ໃໝ່ ໂດຍ​ກ່າວ​ວ່າ, ປີ​ນີ້, ພວກ​ເຮົາ​ໄດ້​ຜ່ານ​ຈາກ​ການ​ນິ​ຕິ​ບັນ​ຍັດ, ກຳ​ນົດ​ວັນ​ລະ​ນຶກ​ສົງ​ຄາມ​ປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຍີ່​ປຸ່ນ​​ໄດ້​ຮັບ​ໄຊ​ຊະ​ນະ, ວັນ​ລະ​ນຶກວິ​ລະ​ຊົນ ແລະ ວັນ​ບູ​ຊາ​​ລະ​ດັບ​ຊາດ​ເຖິງຜູ້​ຖືກ​ເຄາະ​ຮ້າຍ​ໃນ​ເຫດ​ການ​ສັງ​ຫານ​ໝູ່​ນານ​ກິ່ງ ພ້ອມ​ທັງ​ໄດ້​ຈັດ​ພິ​ທີ​ລະ​ນຶກ​ທີ່​ເຄັ່ງ​ຂຶມ. ສຳ​ລັບ​ວິ​ລະ​ຊົນ​ທີ່​ເສຍສະຫຼະ​ຊີ​ວິດ​ອັນ​ລ້ຳ​ຄ່າ​ຂອງ​ຕົນ ເພື່ອ​ປະ​ເທດ​, ເພື່ອ​ຊົນ​ຊາດ ແລະ ເພື່ອ​ສັນ​ຕິ​ພາບ​ນັ້ນ, ບໍ່​ວ່າ​ການ​ເວ​ລາ​ໄດ້​ຜ່ານ​ໄປ​ແນວ​ໃດ, ພວກ​ເຮົາ​ລ້ວນ​ແຕ່​ຕ້ອງ​ຈົດ​ຈຳ​ການ​ເສຍ​ສະຫຼະ ແລະ ການ​ອຸດ​ທິ​ຂອງ​ພວກ​ເພິ່ນ.


ຊົນ​ຊາດ​ທີ່​ມີ​ຄວາມ​ຫວັງ​ຈະ​ຂາດ​ວິ​ລະ​ຊົນ​ບໍ່​ໄດ້

ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ໄປ​ຄະ​ນິງ​ຫາ​ວິ​ລະ​ຊົນ​ຢູ່ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈີນ ເຊັ່ນ: ເມືອງ​ລິນ​ຢີ​ແຂວງ​ຊ່ານ​ຕຸ່ງ, ເມືອງ​ຈິງ​ກ່າງ​ຊ່ານ​ແຂວງ​ຈ່ຽງ​ຊີ່, ເມືອງຫຼຸຍຫຼຽງ​ແຂວງ​ຊ່ານ​ຊີ່​ເຫຼົ່າ​ນີ້​ເປັນ​ຕົ້ນ. ເມື່ອ​ໄປ​ຮອດ​ຖານ​ທີ່​ໝັ້ນ​ເກົ່າ​ປະ​ຕິ​ວັດ, ທ່ານ​ສີ​ຈິ້ນ​ຜິງ​ລ້ວນ​ແຕ່​ໄດ້​ວາງ​ພວງ​ມາ​ລາໃຫ້​ແກ່​ວິ​ລະ​ຊົນ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື, ໄປ​ຢາມ​ລູກຫຼານ​ວິ​ລະ​ຊົນ ແລະ ເລົ່າ​ເລື່ອງ​ກ່ຽວ​ກັບ​ວິ​ລະ​ຊົນ. ເຖິງວ່າ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ເຄີຍ​ໄປ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ວິ​ລະ​ຊົນ​ຈີນ​ທີ່​ເສຍ​ສະຫຼະ​ຢູ່​ຕ່າງ​ປະ​ເທດຫຼາຍ​ເທື່ອ.

ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ຄະ​ນິງ​ຫາ​ວິ​ລະ​ຊົນ ແລະ ປົກ​ປ້ອງ​ກຽດ​ສັກ​ສີ​ຂອງວິ​ລະ​ຊົນ? ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ເວົ້າຫຼາຍ​ເທື່ອ​ວ່າ:

ຊົນ​ຊາດ​ໜຶ່ງ​ທີ່​ມີ​ຄວາມ​ຫວັງ​ຈະ​ຂາດ​ວິ​ລະ​ຊົນ​ບໍ່​ໄດ້, ປະ​ເທດ​ໜຶ່ງ​ທີ່​ມີ​ອະ​ນາ​ຄົດ​ຈະ​ຂາດກອງ​ຕະ​ລົມ​ບອນ​ບໍ່​ໄດ້.

ຊົນ​ຊາດ​ໜຶ່ງ​ຖ້າ​ຢາກ​ຢືນ​ຢູ່​ໃນ​ເວ​ທີ​ສາ​ກົນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ, ຕ້ອງ​ມີ​ນ້ຳ​ໃຈ​ພິ​ເສດ​ຂອງ​ຕົນ.ລັດ​ທິ​ຮັກ​ຊາດ​ແມ່ນ​ແກນ​ກາງ​ຂອງ​ນ້ຳ​ໃຈ​ຊົນ​ຊາດ​ຈີນ.

ໃນ​ພິ​ທີ​ສະ​ຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົ​ບ​ຮອບ 95 ປີ, ທ່ານ​ກ່າວ​ວ່າ:  " '​ຖືກ​ຕັດ​ຄໍ​ຕາຍ ບໍ່​ເປັນ​ຫຍັງ, ​ຂໍ​ພຽງ​ແຕ່​ຍຶດ​ໝັ້ນ​ສັດ​ຈະ​ທຳ, ສັດ​ຕູ​ພຽງ​ແຕ່​​ສາ​ມາດ​ຕັດ​ຄໍ​ເຮົາເທົ່າ​ນັ້ນ, ພັດ​ບໍ່​ສາ​ມາດ​​ບັ່ນ​ທອນຄວາມ​ເຊື່ອ​ຖື​ຂອງ​ພວກ​ເຮົາ​ຢ່າງ​ເດັດ​ຂາດ', ຄຳ​ໝັ້ນ​ສັນ​ຍາ​ທີ່​ບໍ່​ຢ້ຽນ​ເສຍ​ສະ​ຫຼະແລະ​ມີ​ຄວາມອົງ​ອາດກ້າ​ຫານດັ່ງ​ກ່າວນີ້​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ຊື່​ສັດ​ບໍ​ລິ​ສຸດ​ຂອງ​​ຊາວ​ກອມ​​ມູ​ນິດ​ຕໍ່​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່ ​. ແສງ​ສະ​ຫວ່າງ​ແຫ່ງ​ອຸ​ດົມ​ການຈະ​ບໍ່​​​ດັບ, ແສງ​ສະ​ຫງ່າງ​ແຫ່ງ​ຄວາມ​ເຊື່ອ​ຖື​ກໍ​ຈະ​ບໍ່​ດັບ. ພວກ​ເຮົາ​ຕ້ອງ​ຈື່​ຈຳ​ຄວາມ​ປາ​ຖະ​ໜາຂອງວິ​ລະ​ຊົນ​ຢ່າງ​ຄັກ​ແນ່, ຈົດ​ຈຳ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​​ທີ່​ພວກ​ຂະ​ເຈົ້າ​ບຸກ​ເບີນ​ສູ້​ຊົນ​ແບບ​ເສຍ​ສະ​ຫຼະ."


ການ​ລະ​ນຶກ​ເພື່ອ​ກ້າວ​ໄປ​ໜ້າ​ຢ່າງ​ດີກວ່າ​ເກົ່າ

ການ​ລະ​ລຶກຢ່າງ​ເຄັ່ງ​ຂືມ, ແມ່ນ​ເພື່ອ​ບໍ່​ລືມ​ອຸ​ດົມ​ການແຕ່​ຫົວ​ທີ, ກໍ​ແມ່ນ​ເພື່ອ​ຈົດຈຳ​ປະ​ຫວັດ​ສາດ,ຈຶ່ງ​ຮູ້​ຄວາມ​ເປັນ​ມາທີ່​ໄດ້​ມາ​ບໍ່​ງ່າຍ​ດາຍ​ຂອງ​ປັດ​ຈຸ​ບັນ.

ຫວນ​ຄືນ​ຄຳ​ປາ​ໄສ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ສີ​ຈິ້ນ​ຜິງ​ໃນ​ການ​ຄະ​ນິງ​ຫາ​ວິ​ລະ​ຊົນ, ເຊິ່ງ​ມີ​ຄວາມປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ຕໍ່​ອະ​ນາ​ຄົດ​ຂອງ​ຊົນ​ຊາດ​ຈີນ, ​ແລະ​ມີ​ຄວາມ​ໝັ້ນ​ໃຈ​​ຢ່າງ​ເຕັມ​ປ່ຽ​ມ​ຕໍ່​ການ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຈີນ​​ທີ່​ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ.

ວັນ​ທີ 2 ກັນ​ຍາ​ປີ2015, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ມອບ​ຫຼຽນໄຊ​ສົງ​ຄາມປະ​ຊາ​ຊົນ​ຈີນ​ຕໍ່​ຕ້ານ​ຍິ່​ປຸ່ນ​​ໄດ້​ຮັບ​ຊະ​ນະຄົບ​ຮອບ 70 ປີ ເຊິ່ງ​ຊຸກ​ຍູ້​ໃຫ້​ຄົນ​ທັງ​ຫຼາຍ​ບຸກ​ເບີນ​ສູ້​ຊົນ. ທ່ານ​ກ່າວ​ວ່າ:"ໃນສູ່ມື້ນີ້, ຈີນ​ພວມ​ມິ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນ​ຫຼັງ​ມື, ພວກ​ເຮົາ​ໄດ້​​​ຫຍັບໃກ້​​ເຂົ້າ​ເປົ້າ​ໝາຍ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ. ການ​ບັນ​ລຸ​ເປົ້າ​ໝາ​ຍ​ຂອງ​ພ​ວກ​ເຮົາ, ຕ້ອງ​ການ​ວິ​ລະ​ຊົນ, ຕ້ອງ​ການນ້ຳ​ໃຈ​ວິ​ລະ​ຊົນ. ພວກ​ເຮົາ​ຕ້ອງ​ຈື່​ຈຳ​ວິ​ລະ​ຊົນ​ທຸກໆ​ຄົນ​ທີ່​ເຄີຍ​ປະ​ກອບ​ສ່ວນ​ເພື່ອ​ຊົນ​ຊາດ​ແລະ​ປະ​ຊາ​ຊົນ​ຈີນ, ເຄົາ​ລົບວິ​ລ​ະ​ຊົນ, ປົກປ້ອງ​​ວິ​ລ​ະ​ຊົນ, ຮຽນ​ນຳ​ວິ​ລະ​ຊົນ, ເອົາ​ໃຈ​ໃສ່​ວິ​ລະ​ຊົນ, ​ຮ່ວມ​​ແຮງຮ່ວມໃຈ ເພື່ອບັນ​ລຸ​ເປົ້າ​ໝາຍ "ສອງວັນ​ປະ​ຫວັດ​ສາດ​ສຳ​ຄັນ​ຄົບ​ຮອບ 100 ປີ​" ແລະ "ຄວາມ​ໄຝ່ຝັນ​ຂອງ​ຈີນ​ແຫ່ງ​ການ​ຟື້ນ​ຟູ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ".​"

ປະ​ເທດ​​ເຮົາ, ໄດ້​ສ້າງ​ກົດ​ໝາຍ​ກົດ​ລະ​ບຽບ​ທີ່​ນັບ​ມື້​ນັບ​ຄົບ​ຖ້ວນ​ເພື່ອ​ປົກ​ປ້ອງວິ​ລະ​ຊົນການ​ປະ​ຕິ​ວັດ, ກົດ​ໝາຍ​​ແພ່​ງ​ສະ​ບັບ​ປັບ​ປຸງ​ໃໝ່​ໄດ້​ຂຽນ​ເນື້ອ​ໃນ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງວິ​ລະ​ຊົນ​ຢ່າງ​ຊັດ​ເຈນ, ກົດ​ໝາຍ​ປົກ​ປ້ອງວິ​ລະ​ຊົນ​ສະ​ບັບ​ຮ່າງ​ໄດ້​ສະ​ເໜີ​ໃຫ້​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລ້ວ. ການ​ເຄົາ​ລົບ​ວິ​ລະ​ຊົນ ​​ແລະ​ປົກປ້ອງ​ວິ​ລະ​ຊົນ​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ​ດ້ວຍ​ຮູບ​ການ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ