ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທູດ​ພິ​ເສດ​ປະ​ທານ​ປະ​ເທດ​ຈີນ
2018-04-06 16:42:33  cri 
ຕາມ​ຂ່າວCRI: ວັນ​ທີ 5 ເມ​ສາ​ນີ້, ວັງ​ກ​ຣຳ​ແລັງ ​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ, ທ່ານ ວ​ະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ວາງ​ຢີ້ ທູດ​ພິ​ເສດ​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ.

ທ່ານ ວາງ​ຢີ້ ໄດ້​ຝາກ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຕໍ່​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ທີ່​ໄດ້ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີກວາ​ລະ​ໜຶ່ງ. ທ່ານ ວາງ​ຢີ້ ກ່າວ​ວ່າ: ຈີນ​ແລະ​ຣັດ​ເຊຍ​ເປັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ພຽງ​ໜຶ່ງດຽວ​ຂອງ​ກັນ,ສອງ​ປະ​ເທດ​ໄດ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ໃນລະ​ດັບ​ສູງ​ສຸດ,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ຕໍ່​ເນື່ອງ. ປັດ​ຈຸ​ບັນ, ສອງ​ປະ​ເທດ​ຕ່າງຫາ​ກໍ່​ໄດ້​ສິ້ນ​ສຸດ​ວາ​ລະ​​ການ​ເມືອງ​ທີ່​ສຳ​ຄັນ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ຢ່າງ​ສະ​ດວກ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຊິ່ງ​ຕາວ​ຂອງ​ອົງ​ການ​ຮ່ວ​ມ​ມື​ຊຽງ​ໄຮ​ຢູ່​ຈີນ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້​ແລະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ, ສອງ​ຝ່າຍ​ຄວນເລັ່ງ​ການ​ກະ​ກຽມ,ຮັບ​ປະ​ກັນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແລະ​ການ​ພົບ​ປະ​ທີ່​ສຳ​ຄັນ​ຕ່າງໆ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໃນ​ປີ​ນີ້​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ,ເປີດ​ຍຸກ​ໃໝ່​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ໃຫ້​ດີກວ່າ​ເກົ່າ ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ ໂດຍ​ຜ່ານ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ທີ່​ຍິ່ງ​ແໜ້ນ​ແຟ້ນ​ກ​ວ່າ​ເກົ່າແລະ​ມີ​ລະ​ດັບ​ສູງກວ່າ​ເກົ່າ.

ທ່ານ ປູ​ຕິນ ໄດ້​ຜ່ານ​ທ່ານ ວາງ​ຢີ້ ຝາກ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຕໍ່ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີ​ນ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ດ້ວຍ​ສຽງ​ເຫັນ​ດີ​ໝົດ​ອີກ​ຄັ້ງ​ໜຶ່ງ,ພ້ອມ​ທັງ​ກ່າວ​ວ່າ,ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ດີ​ຫຼາຍ,ສອງ​ປະ​ເທດ​ເປັນ​ປະ​ເທດ​ບ້ານ​ໃກ້​ຄຽງ,ກໍ່​ເປັນ​ຄູ່​ຮ່ວມ​ທຳ​ມະ​ຊາດ,ສອງ​ຝ່າຍ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ແມ່ນ​ການ​ຄັດ​ເລືອກ​ທີ່​ໄດ້​ຜ່ານ​ການ​ພິ​ຈາ​ລະ​ນາ​ຢ່າງ​ສຸ​ຂຸມ​ຮອບ​ຄອບຈາກ​ສອງ​ຝ່າຍ. ຂ້າ​ພະ​ເຈົ້າ​ຄອງ​ຄອຍ​​ຈະ​ໄປ​ຢ້ຽມ​ຢາມ​ຈີນ​ອີກ​ຄັ້ງ​ໜຶ່ງ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້ ແລະ ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ​ໂດຍ​ຜ່ານ​ເວ​ທີ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ