ສະຖານທູດຈີນປະຈໍາລາວເດີນທາງໄປແຂວງຊຽງຂວາງເພື່ອບູຊາສຸສານວິລະຊົນຈີນ
2018-04-06 14:23:51  cri 

ວັນທີ 5 ເມສານີ້, ທ່ານຫວາງເຫວີນທ່ຽນ,ເອກອັກຄະລັດຖະທູດຈີນປະຈໍາລາວໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອບູຊາ ສຸສານວິລະຊົນຈີນ. ທ່ານບົວສອນສີນວນທອງ, ຮອງເລຂາຄະນະພັກ ທັງເປັນຮອງເຈົ້າແຂວງແຂວງຊຽງຂວາງ, ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງລາວແລະຜູ້ຕາງໜ້າວິສາຫະກິດຈີນ ໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ.

ທ່ານຫວາງເຫວີນທ່ຽນກ່າວວ່າ, ປະຊາຊົນສອງຊາດລາວຈີນໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນເຊິ່ງໄດ້ໃຊ້ເລືອດເນື້ອສ້າງມິດຕະພາບຈີນລາວແຫ່ງການປະຕິວັດທີ່ບໍ່ມີຫຍັງມາທໍາລາຍໄດ້. ພວກເຮົາຕ້ອງຈາລຶກຄວາມປາຖະໜາຂອງນັກຮົບປະຕິວັດຜູ້ເສຍສະຫຼະ,ເດີນຕາມຮອຍບາດກ້າວຂອງນັກປະຕິວັດຮຸ່ນກ່ອນ ເພື່ອສືບທອດມິດຕະພາບຈີນລາວໄປຊົ່ວເຊັ່ນລູກເຊັ່ນຫຼານຕໍ່ໄປ.


ທ່ານບົວສອນ ສີນວນທອງກ່າວວ່າ, ການນໍາພັກ-ລັດແລະປະຊາຊົນບັນດາເຜົ່າຂອງລາວ ກໍຄືແຂວງຊຽງຂວາງພວກເຮົາ ຂໍສະແດງຄວາມຮູ້ບຸນຄຸນອັນຫຼົ້ນເຫຼືອຕໍ່ພັກ-ລັດແລະປະຊາຊົນຈີນທີ່ຍາມໃດກໍເປັນຫ່ວງເປັນໃຍ ແລະປະກອບສ່ວນຊ່ວຍຂະບວນການປະຕິວັດໃນໄລຍະຜ່ານມາ.ພວກເຮົາຂໍຈົດຈໍາຄຸນງາມຄວາມດີໄວ້ໃນດວງໃຈ ແລະຈະສືບຕໍ່ຮັກສາໄວ້ໃຫ້ໝັ້ນຄົງໂດຍຜ່ານການເສີມຂະຫຍາຍສາຍພົວພັນໃຫ້ນັບມື້ກວ້າງຂວາງ,ແໜ້ນແຟ້ນເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.


ໃນຊຸມປີ60 ຂອງສະຕະວັດທີ່ຜ່ານມາ ,ລັດຖະບານຈີນໄດ້ແຕ່ງຕັ້ງຄະນະຜູ້ແທນເສດຖະກິດວັດທະນະທຳມາປະຈໍາຢູ່ຄັງໄຂແຂວງຊຽງຂວາງເຊິ່ງມີສະຫາຍຈີນ5 ສະຫາຍຄື:ທ່ານກ່າວຢູນເພີງ, ທ່ານຫຼີເວີຍຮ້ານ, ທ່ານຫຼີເຈີ້ເຊຍ,ທ່ານກົ່ງຊູ້ລີແລະທ່ານຟ້ານຊາງຢຸນໄດ້ເສຍຊີວິດໃນການປະຕິບັດໜ້າທີ່ຢ່າງພິລະອາດຫານຈາກການຖືກຍົນຂອງອາເມລິກາຖິ້ມລະເບີດລົງໃສ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ