ຈີນ​ໄດ້​ກ່າວຟ້ອງ​ອາ​ເມ​ລິ​ກາກ່ຽວ​ກັບ​ມາດ​ຕະ​ການ 232 ຕໍ່​ອົງ​ການ​ການ​ຄ້າ​ໂລກ
2018-04-06 15:12:44  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ກະ​ຊວງ​ການ​ຄ້າ​ຈີນແຈ້ງ​ຂ່າວ​ວ່າ, ວັນ​ທີ 5 ​ເມ​ສາ​ນີ້, ກ່ຽວ​ກັບ​ມາດ​ຕະ​ການ 232 ກ່ຽວ​ກັບ​ການ​ນຳ​ເຂົ້າ​ເຫຼັກ​ກ້າ​ແລະອາ​ລຸຍ​​ນຽມ​ຂອງ​ອາ​ເມ​ລິ​ກາ, ຈີນ​ໄດ້​ສະ​ເໜີ​ການ​ຮ້ອງ​ຂໍດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຕໍ່​ຝ່າຍ​ອາ​ເມ​ລິ​ກາ​ພາຍ​ໃຕ້​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍງ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ​ເຊິ່ງ​ໄດ້ເລີ່ມ​ຕົ້ນ​​ຂັ້ນ​ຕອນ​ແກ້​ໄຂຄວາມ​ຂັດ​ແ​ຍ້ງ​ຢ່າງ​ເປັນ​ທາງ​ການ.

ຜູ້​ຮັບ​ຜິດ​ຊອບ​ກົມ​ກົດ​ໝາຍ​ແລະສັນ​ຍາກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຄຳ​​ເຫັນ​ໂດຍ​ຊີ້​ອອກວ່າ, ມາດ​ຕະ​ການ 232 ຂອງ​ອາ​ເມ​ລິ​ກາຖືການ​ປ້ອງ​ກັນ​ຄວາມໝັ້ນ​ຄົງ​ແຫ່ງ​ຊາດ​ເປັນ​ຂໍ​ອ້າງ, ແຕ່​ທີ່​ຈິງ​ແລ້ວ ຫາກ​ແມ່ນ​ປະ​ຕິ​ບັດ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ. ອາ​ເມ​ລິ​ກາ​ໄດ້​ເລືອກ​ຫຼີກ​ລ່ຽງ​ປະ​ເທດ​ແລະ​ເຂດ​ແຄ້ວນ​ຈຳ​ນວນ​ໜຶ່ງ, ແຕ່​ພັດ​ປະ​ຕິ​ບັດ​ມາດ​ຕະ​ການ​ຂຶ້ນ​ອັດ​ຕາ​ພາ​ສີຕໍ່​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຈຳ​ນວ​ນ​ໜຶ່ງ​ທີ່​ລວມ​ທັງ​ຈີນ. ການ​ກະ​ທຳ​ແບບ​ນີ້​ຂອງ​ອາ​ເມ​ລິ​ກາ​ໄດ້​ຝ່າ​ຝືນ​ຫຼັກ​ການບໍ່​ຈຳ​ແນກ​ຂອງ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ຢ່າງ​ໜັກ​ໜ່ວງ, ແລະ​ໄດ້​ຝ່າ​ຝືນ​ຄຳ​ໝັ້ນ​ສັນ​ຍາ​ຫຼຸດ​ພາ​ສີ​ ພ້ອມ​ທັງ​ລະ​ບຽບ​ການ​ແລະ​ວິ​ໄນ​ກ່ຽວ​ກັບ​ມາດ​ຕະ​ການ​ຮັບ​ປະ​ກັນ​ທີ່​ກ່​ຽວ​ຂ້ອງ ພາຍ​ໃຕ້​ຂອບ​ອົງ​ການກ​ານ​ຄ້າ​ໂລກ​ຢ່າງ​ໜັກ​ໜ່ວງ, ໄດ້​ທຳ​ລາຍ​ສິດ​ແລະ​ຜົນ​ປະ​ໂຫຍດ​ຊອບ​ທຳ​ຂອງ​ຈີນ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ.

ຜູ້​ຮັບ​ຜິດ​ຊອບ​ຜູ້​ນີ້​ກ່າວ​​ຕື່ມວ່າ, ​ໂດຍພິ​ຈາ​ລະ​ນາ​ເຖິງ​ອາ​ເມ​ລິ​ກາ​ປະ​ຕິ​ເສດ​ດຳ​ເນີນ​ການ​ເຈ​ລະ​ຈາ​ຊົດ​ເຊີຍ​ກັບ​ຈີນ ອີງ​ຕາມ​ລະ​ບຽບ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ຈີນ​ຈຳ​ເປັນ​ຕ້ອງ​ເລີ່ມ​ຕົ້ນ​​ຂັ້ນ​ຕອນ​ແລະແກ້​ໄຂ​ຄວາມ​ຂັດ​ແຍ່ງ, ເພື່​ອ​ປ້ອງ​ການ​ສິດ​ແລະ​ຜົນ​ປະ​ໂຫຍດ​ຊອບ​ກົດ​ໝາຍ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ