ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ຫາ​ລື​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກົນ​ໄກ​ພາກ​ພື້ນ
2018-04-06 15:18:30  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 5 ເມ​ສາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ ທີ່​ດຳ​ເນີນ​ເປັນ​ເວ​ລາ 1 ມື້​ນັ້ນ ​ໄດ້​ຈັດ​ຂຶ້ນ​ຢູ່ເມືອງຊຽມຣຽບກຳ​ປູ​ເຈຍ, ເຊິ່ງ​ໄດ້​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ​​ກັບ​ກົນ​ໄກ​ຕ່າງໆຕື່ມ​ອີກ ເຊັ່ນ: ​ອາ​ຊຽນ, ​​ຂອບການ​ຮ່ວ​ມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ​ຂອບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາ​ກ​ພື້ນ​ແມ່​ນ້ຳ​ຂອງ​ແລະ​ອື່ນໆ.

​ປາ​ມຸກ​ລັດ​4ປະ​ເທດ​ພາ​ຄີ ຄື: ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ທ່ານ​ປ​ຣະ​ຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້, ທ່ານ​ເອີ້​ຈິ້ງ​ພີງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ ແລະ ທ່ານ​ໂອນ​ວິ່ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ມຽນ​ມ້າ​ຕ່າງ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ.

ຖະ​ແຫຼງ​ການ​ຊຽມ​ຣຽບ ທີ່​​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ໝາກ​ຜົນ​ທີ່​ໄດ້​ຮັບ​ພາຍ​ຫຼັງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ໃນ​ປີ 2014 ເປັນ​ຕົ້ນ​ມາ, ແລະ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​​ໃນຂົງ​ເຂດ​ບູ​ລິ​ມະ​ສິດຕື່ມ​ອີກ, ໃນ​ນັ້ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນກົນ​ໄກ​ພາກ​ພື້ນ​ເປັນ​ໜຶ່ງ​ໃນ​ຈຸດ​ໜັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ