ອາ​ເມ​ລິ​ກາ​ອາດ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​​ອີກ 100 ຕື້​ໂດ​ລາຂອງຈີນ
2018-04-06 16:52:16  cri 
ວັນ​ທີ 5 ເມ​ສາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ​ໂດຍ​ອີງ​ຕາມ "ການກວດ​ກາ 301", ຕົວ​ເອງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຫ້ອງ​ການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາພິ​ຈາ​ລະ​ນາ​ວ່າ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 100 ຕື້​ທີ່​ນຳ​ເຂົ້​າ​ຈາກ​ຈີນ​ອີກ ຈະ​ເໝາະ​ສົມຫຼື​ບໍ່.

ຖະ​ແຫຼງ​ການ​ຂຽນ​ຕື່ມ​ວ່າ, ຖ້າ​ຫ້ອງ​ການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ເຫັນ​ວ່າ​ເລື່ອງ​ນີ້​ເໝາະ​ສົມ, ຄວນ​ວາງ​ບັນ​ຊີ​ລາຍ​ການ​ສິນ​ຄ້າ​ຂຶ້ນ​ອັດ​ຕາ​ພາ​ສີ​ທີ່​ສົມ​ຄູ່​ກັນ. ມື້​ດຽວ​ກັນ, ຫ້ອງ​ການ​ຕົວ​ແທນ​ການ​ຄ້າອ​າ​ເມ​ລິ​ກາ​ໃຫ້​ຄຳ​ຕອບ​ວ່າ, ປະ​ທາ​ນາ​ທິ​ບໍ​ດີ​ຮຽກ​ຮ້ອງ​ໃຫ້​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ເພີ່ມ​ຕື່ມ​ແມ່ນ "ເໝາະ​ສົມ", ມາດ​ຕະ​ການ​ສະ​ເໜີ​ໃຫ້​ຂຶ້ນ​ພາ​ສີ​ໃດໆ​ລ້ວນ​ແຕ່​ຈະ​ຮັບ​ຟັງ​ຄວາມ​ເຫັນ​ຈາກ​ປະ​ຊ​າ​ຊົນ ເຊິ່ງ​ໝາຍ​ຄວາມ​ວ່າ, ​ມາດ​ຕະ​ການ​ຂຶ້ນ​ອັດ​ຕາ​ພາ​ສີ​ຕື່ມ​ດັ່ງ​ກ່າວ​ຈະ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້ ກ່ອນ​ທີ່​ຫ້ອງ​ການ​ດັ່ງ​ກ່າວ​ສຳ​ເລັດໝົດ​ທຸກ​ຂັ້ນ​ຕອນ.

ກ່ອນ​ໜ້າ​ນີ້, ໂດຍ​ອີງ​ຕາມ​ຜົນ "ການກວດ​ກາ 301", ຫ້ອງ​ການ​ຕົວ​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ການ​ສິນ​ຄ້າ​ຈີນ​ທີ່​ກຽມ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ ເຊິ່ງ​ພົວ​ພັນ​ເຖິງ​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ​ເກືອບ 50 ຕື້​ໂດ​ລາ​ທີ່​ນຳ​ເຂົ້າ​ຈາກ​ຈີນ. ການ​ກະ​ທຳຫຼ້າ​ສຸດ​ຂອງ​ທ່ານ​ທ​ຣຳ​ໝາຍ​ຄວາມ​ວ່າ, ອາ​ເມ​ລິ​ກາ​ອາດ​ຈ​ະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕໍ່​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ​ປະ​ມານ 150 ຕື້​ໂດ​ລາ​ທີ່​ນຳ​ເຂົ້​າ​ຈາກ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ