ອາ​ເມ​ລິ​ກາ​ແລະ​ຫຼາຍ​ປະ​ເທດ​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ອາ​ຟ​ຣິ​ກາ
2018-04-07 15:53:35  cri 

ເຈົ້າ​ໜ້າ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 6 ເມ​ສາ​ນີ້​ວ່າ: 12 ປະ​ເທດ​ທິດ​ຕາ​ເວັນ​ຕົກ​ເຊັ່ນ:ອາ​ເມ​ລິ​ກາ ແລະ ອັງ​ກິດ​ເປັນ​ຕົ້ນ ແລະ​ 8 ປະ​ເທດ​ອາ​ຟ​ຣິ​ກາ​ເຊັ່ນ: ນີ​ເຊ​ຣີ​ ແລະ ກາ​ເມີ​ຣູນ​ເປັນ​ຕົ້ນ​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມກອງ​ທະ​ຫານ​ພິ​ເສດ "Flintlock" ຢູ່​ອາ​ຟ​ຮິ​ກາ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 20 ເມ​ສາ​ນີ້.

ເຈົ້າ​ໜ້າ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ແຈ້ງ​ການ​ສະບັບ​ໜຶ່ງ​ໂດຍ​ກ່າວ​ວ່າ: ກອງເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ອາ​ເມ​ລິ​ກາ​ເປັນ​ຜູ້​ບັນ​ຊີການ​ຊ້ອມ​ຮົບ​ໃນ​ປີ​ນີ້, ຈະ​ມີ​ທະ​ຫານ​ຈາກ 20 ປະ​ເທດ​ທິ​ດ​ຕາ​ເວັນ​ຕົກ​ແລະ​ອາ​ຟ​ຣິ​ກາ​ເກືອບ 1.900 ຄົນ​ເຂົ້າ​ຮ່ວມ, ການ​ຊ້ອມ​ຮົບ​ຈະ​ຈັດ​ຂຶ້ນ​ຢູ່​ສະ​ຖານ​ທີ່ຫຼາຍ​ແຫ່ງ​ຂອງ 3 ປະ​ເທດ​ຄື: ນີ​ເຊ​ຣີ, ບູ​ກີ​ນາ​ຟາ​ໂຊ ແລະ ເຊ​ເນ​ການ.

​ເຈົ້າ​ໜ້າ​ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ການ​ຊ້ອມ​ຮົບ​ຄັ້ງ​ນີ້​ຈະ​ຈັດ​ການ​ຝຶກ​ອົບ​ຮົມດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ ເຊິ່ງ​ຈະ​ລວ​ມ​ທັງການ​ຝຶກ​ຊ້ອມ​ໃນ​ຫຼາຍ​ດ້ານ​ເຊັ່ນ:​ການ​ລາດ​ຕະ​ເວນ​ຢູ່​ຊົນ​ນະ​ບົດ,ຄວາມ​ສາ​ມາດ​​ຮັບ​ມື​ກັບ​ວິ​ກິດ​ການ,ການ​ຄຸ້ມ​ຄອງ​ດ້ານ​ການບັນ​ຊາ​ແລະ​ຕິດ​ຕໍ່​ພົວ​ພັນ,ການຊັນ​ນະ​ສູດ​ສະ​ຖານ​ທີ່​ກະ​ທຳ​ຜິດແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ