ນາ​ຍົກ​ມາ​ເລ​ເຊຍ​ປະ​ກາດ​ຈະ​ຍຸບ​​ສະ​ພາ​ເພື່ອ​ກຽມຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ
2018-04-07 16:01:38  cri 
ທ່ານ ນາ​ຈິບ ຕຸນ ຣ​າ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ປະ​ກາດ​ໃນ​ວັນ​ທີ 6 ເມ​ສາ​ນີ້​ວ່າ: ຊຸນ​ຕັນ ມູ​ຮຳ​ເມັດ ​ຄີ ​ອົງ​ທີ 5 ຜູ້​ນຳ​ສູງ​ສຸດ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ເຫັນ​ດີ​ນຳ​ຄຳ​ຮ້ອງ​ຂໍ​ຂອງ​ທ່ານ ໂດຍ​ໄດ້​ອະ​ນຸ​ມັດ​ໃຫ້​ຍຸບ​ສະ​ພາແຫ່ງ​ຊາດ​ໃນ​ວັນ​ທີ 7 ເມ​ສາ​ນີ້ ເພື່ອ​ກຽມ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປຄັ້ງ​ໃໝ່.

​​ສະ​ພາ​ຊຸດ​ປັດ​ຈຸ​ບັນ​ຂອງມາ​ເລ​ເຊຍ​ຈະ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ວັນ​ທີ 24 ມິ​ຖຸ​ນາ​ປີ​ນີ້. ສ່ວນນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ມີ​ສິດ​ສະແຫວງ​ຫາ​ການ​ຍຸບ​ສະ​ພາ​ແຫ່ງ​ຊາດໃນ​ທຸກ​ເວ​ລາ​ກ່ອນ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ສິ້ນ​ສຸດ. ຕາມ​ກົດ​ໝາຍ​ມາ​ເລ​ເຊຍ,ການ​ປ່ອນ​ບັດ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຕ້ອງ​ຈັດ​ຂຶ້ນ​ພາຍ​ໃນ 60 ວັນ​ຫຼັງ​ຍຸບ​ສະ​ພາ.

ໃນ​ຕອນ​ເຊົ້າ​ວັນ​ທີ 6 ເມ​ສາ​ນີ້, ທ່ານ ນາ​ຈິບ ຕຸນ ຣາ​ຊັກ ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ຫຼັງ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຢູ່​ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ເມືອງ​ປູ​ຕ​ຣາ​ຈາ​ຢາ​ທີ່​ເປັນ​ນະ​ຄອນ​ຫຼວງ​ບໍ​ລິ​ຫານ. ທ່ານ​ໄດ້​ສະ​ເໜີ​ໃຫ້​ອົງ​ການ​ປົກ​ຄອງ​ຂອງ​ລັດ​ຕ່າງໆ​ຍຸບ​ສະ​ພາ​ຂອງ​ລັດ​ຕົນ​ຕາມ​ຂັ້ນ​ຕອນ,ເພື່ອ​​ຈັດ​ການ​ເລືອກ​ຕັ້ງ​​ສະ​ພາຂອ​ງ​ລັດ​ທ້ອງ​ຖິ່ນໃນ​ເວ​ລາ​ດຽວ​ກັນ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປຂອງ​ສະ​ພາແຫ່ງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ