ກະຊວງການຄ້າຈີນ: ຖ້າອາເມລິກາປະກາດລາຍຊື່ສິນຄ້າທີ່ຂຶ້ນ​ອັດ​ຕາພາສີ​ຕື່ມທີ່ມີມູນຄ່າ 100 ຕື້ໂດລາສະຫະລັດ ຈີນຈະຕອບໂຕ້ຢ່າງແຂງແຮງ
2018-04-07 17:48:39  cri 
ຕາມຂ່າວ cri: ຕອນ​ຄ່ຳວັນທີ 6 ເມສານີ້ ທ່ານກ່າວເຟິງ ໂຄສົກກະຊວງການ ຄ້າຈີນກ່າວຢູ່ທີ່ນະຄອນຫຼວງປັກກິ່ງວ່າ, ຖ້າອາເມລິກາປະກາດລາຍຊື່ສິນຄ້າທີ່ຈະ​ຂຶ້ນ​ອັດ​ຕາພາສີ ​ຕື່ມທີ່ມີ ມູນຄ່າ 100 ຕື້ໂດລາສະຫະລັດ, ຈີນກໍ່ຈະຕອບໂຕ້ຢ່າງແຂງແຮງໂດຍ​ບໍ່​ຕ້ອງ​ສົງ​ໄສ.

ທ່ານກ່າວເຟິງກ່າວວ່າ, ທາດແທ້ຂອງອັນ​ທີ່ວ່າສົງຄາມການຄ້າແມ່ນການແ​ຂ່ງຂັນກັນລະຫວ່າງລັດທິ ຝ່າຍດຽວກັບລັດທິຫຼາຍຝ່າຍ, ແມ່ນການຕໍ່ສູ້ກັນລະຫວ່າງລັດທິປົກປ້ອງການຄ້າແລະການຄ້າເສລີ, ຖ້າວ່າລັດທິຫຼາຍຝ່າຍແລະການຄ້າເສລີຖືກຂົ່ມຂູ່,ຂະບວນ​ການເສດຖະກິດໂລກາພິວັດຖືກທຳລາຍ ຈະເຮັດໃຫ້ການຟື້ນຕົວຄືນຂອງເສດຖະກິດທົ່ວໂລກ​ຖື​ກ​ທຳ​ລາຍຢ່າງໜັກໜ່ວງ, ທັງນີ້ບໍ່ສອດຄ່ອງກັບຜົນປະໂຫຍດໃຈກາງຂອງຈີນ, ຍິ່ງບໍ່ມີຜົນດີຕໍ່ຜົນປະໂຫຍດຮ່ວມຂອງທົ່ວໂລກ. ໂດຍຢູ່ຕໍ່ໜ້າບັນຫາສຳຄັນນີ້, ພວກ​ເຮົາ​ຕ້ອງ​ຕໍ່​ສູ້ຢ່າງເດັດຂາດ.

ທ່ານກ່າວເຟິງໄດ້ປະຕິເສດຄຳເວົ້າຂອງເຈົ້າໜ້າທີ່ອາເມລິກາກ່ຽວກັບຈີນອາເມລິກາພວມເຈລະຈາກັນຕໍ່ຄວາມຂັດແຍ້ງກັນທາງການຄ້າໃນໄລຍະມໍ່ໆ​ມານີ້ ໂດຍກ່າວວ່າ, ໃນໄລຍະ​ມໍ່ໆ​ມາ​ນີ້,ເຈົ້າໜ້າທີ່ທາງການເງິນຂອງທັງສອງຝ່າຍບໍ່ເຄີຍເຈລະຈາກັນກ່ຽວກັບບັນຫາເສດຖະກິດການຄ້າ. ພາຍຫຼັງອາເມລິກາປະກາດບົດ ລາຍງານກວດ​ກາ 301 ແລະບັນຊີລາຍຊື່ຂອງຜະລິດຕະພັນທີ່ກ່ຽວຂ້ອງແລ້ວ,ຈີນໄດ້ຕອບໂຕຢ່າງ​ແຂງ​ແຮງ. ອາເມລິກາໄດ້ສະເໜີລາຍຊື່ສິນຄ້າທີ່​ຂຶ້ນ​ອັດ​ຕາພາສີ​ຕື່ມທີ່ມີມູນຄ່າ 100 ຕື້ໂດລາສະຫະລັດອີກເທື່ອໜຶ່ງ, ຈີນໄດ້ຕອບໂຕ້ອີກເທື່ອໜຶ່ງຢ່າງແຂງແຮງ, ພາຍໃຕ້ສະພາບການຄືແນວນີ້, ສອງຝ່າຍຈະບໍ່ມີຄວາມເປັນໄປໄດ້ທີ່​ຈະຈັດການເຈລະຈາໃດໆຂຶ້ນ.

ທ່ານກ່າວເຟິງກ່າວເນັ້ນວ່າ, ຈີນໄດ້ກະກຽມເປັນຢ່າງດີຕໍ່ອາເມລິກາຍົກລະດັບການເຄື່ອນໄຫວຂຶ້ນ ແລະໄດ້ວາງນະໂຍບາຍຕອບໂຕ້ທີ່ລະອຽດທີ່ສຸດ. ຄົນຈີນຈະບໍ່​ກໍ່ເລື່ອງລາວຂຶ້ນ, ແຕ່ຖ້າມີຄົນອື່ນ​ກໍ່ເລື່ອງຂຶ້ນ, ຈີນກໍ່ຈະຕອບໂຕ້ຄືນຢ່າງເດັດຂາດ. ຄົນຈີນເປັນຄົນຈິງຈັງ, ເວົ້າແລ້ວກໍ່ຈະປະ​ຕິ​ບັດ ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ