ໄທເລີ່ມ​ເຜີຍ​ແຜ່ເງິນເຈ້ຍ​ແລະ​ເງິນ​ຫຼຽນ​ເຈົ້າ​ຊີ​ວິດ​ອົງ​ໃໝ່
2018-04-07 15:33:13  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 6 ເມ​ສາ​ນີ້, ໄທ​ເລີ່ມ​​ເຜີຍ​ແຜ່​ເງິນ​ເຈ້ຍ​ແລະ​ເງິນ​ຫຼຽນ​ສະ​ບັບ​ທີ 17 ຢ່າງ​ເປັນ​ທາງ​ການ, ​ຮູບ​ເທິງ​ໃບ​ເງິນ​ລ້ວນ​ແຕ່ແມ່ນ​ຮູບ​ສົມ​ເດັດ ມະ​ຫາ ວະ​ຊິ​ຣາ​ລົງ​ກອນ ເຈົ້າ​ຊີ​ວິດ​ອົງ​ໃໝ່​ຂອງ​ໄທ, ເງິນ​ສະ​ບັບ​ເກົ່າ​ຍັງ​ສາ​ມາດ​ໃຊ້​ໄດ້ຄື​ເກົ່າ.

ວັນ​ທີ 6 ເມ​ສາ​ນີ້​ແມ່ນ​ວັນ​ລະ​ນຶກ​ການ​ສ້າງ​ຕັ້ງລາ​ຊະ​ອະ​ນາ​ຈັກ ຈັກ​ຣີ່ ໄທ, ທະ​ນາ​ຄານ​ສູນ​ກາງ​ໄທ​ຈຶ່ງ​ເລືອກ​ວັນ​ນີ້​ເລີ່ມ​ເຜີຍ​ແຜ່​ເງິນ​​ເຈ້ຍ 20 ບາດ, 50 ບາດແລະ​ 100 ບາດ. ສວ່ນ​ເງິນ​ເຈ້ຍ 500 ບາດ​ແລະ 1000 ບາດ​ຈະ​ເລີ່ມ​​ເຜີຍ​ແຜ່ໃນ​ວັນ​ທີ 28 ເດືອນ​ກໍ​ລະ​ກົດ​ປີ​ນີ້ ເຊິ່ງ​ເປັ​ນ​ວັນ​ເກີດ​ຂອງ​ສົມ​ເດັດ ​ມະ​ຫາ ວະຊິຣະລົງ​ກອນ​.

ວັນ​ທີ 6 ເມ​ສາ​ນີ້ ຍັງ​ໄດ້ເຜີຍ​ແຜ່​ເງິນ​ຫຼຽນ​ສະ​ບັບ​ໃໝ່, ຮູບ​ເບື້ອງ​ໜ້າ​ຂອງ​ເງິນ​ຫຼຽນ​ຕ່າງໆ​ກໍ່​ໄດ້​ປ່ຽນ​ເປັນ​​ສົມ​ເດັດ ​ມະ​ຫາ ມະ​ຫາວະ​ຊິ​ຣາ​ລົງ​ກອນ​ຄື​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ