ຕາມຂ່າວສານຊິນຮວາ: ວັນທີ 6 ເມສານີ້, ສານທ້ອງຖິ່ນສູນກາງນະຄອນຫຼວງເຊອຸນ ສ.ເກົາຫຼີໄດ້ຕັດສິນຄະດີ "ຄົນໃກ້ຊິດແຊກງແຊງວຽກງານການເມືອງ" ຂອງທ່ານນາງປັກຈຸນເຮ ອະດີດປະທານາທິບໍດີ ສ.ເກົາຫຼີເປັນຄັ້ງທຳອິດ, ທ່ານນາງປັກຈຸນເຮຖືກຕັດສິນຕິດຄຸກ 24 ປີ ແລະ ປັບໄໝເງິນ 17 ລ້ານໂດລາສະຫະລັດ.
ອີງຕາມໜັງສືຕັດສິນຂອງສານ, ທ່ານນາງປັກຈຸນເຮມີໂທດຖານຫຼາຍຢ່າງ ເຊັ່ນ: ກິນສິນບົນ, ໃຊ້ສິດອຳນາດຕາມລຳພັງໃຈ, ບີບບັງຄັບວິສາຫະກິດ, ເຜີຍຄວາມລັບລັດຖະການ ແລະ ອື່ນໆ.