ຈີນ ​ແລະ​ເອີຣົບ ຄວນ​ຮ່ວມ​ມື​ກັນ​ເພື່ອ​ຄັດຄ້ານ​ລັດທິ​ປົກປ້ອງ​ການ​ຄ້າ
2018-04-08 14:28:12  cri 

ທ່ານ​ເຊ້ຍສຽງ ອັກຄະ​ລັດຖະທູດ​ຫ້ອງການ​ທີ່​ປຶກສາ​ເສດຖະກິດ​ກາ​ນຄ້າ​ຄະນະ​ທູດ​ຈີນ​ປະຈຳ​ສະຫະພາບ​ເອີຣົບ ກ່າວ​ໃນ​ວັນ​ທີ 7 ​ເມສາ​ນີ້​ວ່າ: ຈີນ​ບໍ່​ແມ່ນ​​ພຽງ​ຜູ້​ດຽວທີ່​ໄດ້​ຮັບ​ຜົນ​ກະທົບຈາກ "ການ​ກວດກາ 301" ຂອງ​ອາ​ເມ​ລິ​ກາ ​ໂດຍ​ໃນ​ປະຫວັດສາດ, ສະຫະພາບ​ເອີຣົບກໍ​ເປັນ​ເປົ້າໝາຍ "ການ​ກວດກາ 301" ຂອງ​ອາ​ເມ​ລິ​ກາ​ຫຼາຍ​ເທື່ອເຊັ່ນ​ດຽວ​ກັນ ​ແລະ​ຖືກ​ກະທົບ​ຢ່າງ​ໜັກໜ່ວງ ສະນັ້ນ, ຈີນ ​ແລະ​ສະຫະພາບ​ເອີຣົບ ຄວນ​ຮ່ວມ​ມື​ກັນ​ເພື່ອ​ຄັດຄ້ານ ​ແລະ​ຕ້ານທານ​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ.

ທ່ານ​ເຊ້ຍສຽງ ກ່າວ​ວ່າ: ຈີນ​​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​​ໃນອຸດສາຫະກຳການ​ຜະລິດ ວັດຖຸ​ດິບ​ອຸດສາຫະກຳ, ​ເຄື່ອງ​ອາ​ໄລ່-ຊີກ​ສ່ວນ ​ແລະ ຜະລິດ​ຕະພັນ​ວິທະຍາສາດ-​ເຕັກນິກ​ຈຳນວນຫຼວງຫຼາຍ ​​ລ້ວນ​ແຕ່ແມ່ນນຳ​ເຂົ້າຈາກ​ປະ​ເທດ​ທີ່​ພັດທະນາ​ແລ້ວ ລວມທັງ​ສະຫະພາບ​ເອີຣົບ. ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ສະຫະພາບ​ເອີຣົບ ກໍ​ໄດ້​ແລກປ່ຽນ​ກັບ​ຕົນ​ ​ໂດຍ​ຊີ້​ວ່າ ສົງຄາມ​ການ​ຄ້າ​ທີ່​ອາ​ເມ​ລິ​ກາ​ກໍ່​ຂຶ້ນ​ເທື່ອ​ນີ້ ຈະ​ບໍ່​ມີ​ຝ່າຍ​ໃດ​ເປັນ​ຝ່າຍ​ຊະນະ ​ແລະ​ຈະ​​ເປັນ​ການທຳລາຍ​ລະບຽບ​ການ​ຄ້າ​ສາກົນ​ທັງ​ນັ້ນ.

ທ່ານ​ເຊ້ຍສຽງ ຍັງ​ກ່າວ​ຕື່ມ​ວ່າ: ອາ​ເມ​ລິ​ກາ​ອ້າງ​ວ່າ​​ຮັກສາຄວາມ​ປອດ​ໄພ​ຂອງ​ປະ​ເທດ​ຕົນ ​ແຕ່​ໃນ​ທາດ​ແທ້​ພັດ​ເປັນ​ການ​ກະທຳ​ປົກ​ປ້ອງ​ການ​ຄ້າຝ່າຍ​ດຽວ ​ເຊິ່ງຈະ​ບັ່ນ​ທອນ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ​ທີ່​ມີ​ອົງການ​ການ​ຄ້າ​ໂລກ​ເປັນ​ໃຈກາງ. ຂະນະ​ທີ່​ຈີນ​ແລະ​ສະຫະພາບ​ເອີຣົບ​ໃນ​ຖານະ​ເປັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ ຄວນ​ຮ່ວມ​ມື​ກັນ​ເພື່ອ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ ​ແລະ​ຮັກສາ​ລະບຽບ​ການ​ຄ້າ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ