ຟິລິບ​ປິນຫວັງ​ຈະ​ຮ່ວມ​ມື​ກັບ​ແຂວງ​ໄຫຫຼຳຈີນດ້ານ​ການທ່ອງທ່ຽວ
2018-04-08 14:30:57  cri 

ທ່ານ​ໂຮ​ເຊ ອານ​ວາ​ເຣັສ ​ເຈົ້າ​ແຂວງ​ແຂວງ​ປາ​ລາ​ວັນ ປ​ະ​ເທດ​ຟິບິ​ບປິນ ​ແລະ​ທ່ານຄາ​ລອສ ຈັນ ທູ​ດພິ​ເສດ​​ປະທານາທິບໍດີ​ຟິລິບ​ປິນ​ໃນກິດຈະການ​ຈີນ​ ທີ່​ຊຸກຍູ້​ໃຫ້​ແຂວງ​ປາ​ລາ​ວັນ ​ແລະ ​ແຂວງ​ໄຫຫຼຳສ້າງຕັ້ງ​ແຂວງ​ແຮກສ່ຽວ​ກັນ ຈະ​ຮ່ວມກັນ​​ເດີນທາງໄປ​ແຂວງ​ໄຫຫຼຳ​ໃນ​ວັນ​ທີ 8 ​ເມສາ​ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ​ ​ເຊິ່ງ​ເປັນ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ເທື່ອທີ 2 ສຳລັບ​ສອງ​ທ່ານ.

ກ່ອນ​ໜ້າ​ນີ້ ຄື ວັນ​ທີ 7 ​ເມສາ​ນີ້, ທ່ານ​ອານ​ວາ​ເຣັສ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນຫຼວງມະນີ​ລາ ວ່າ: ການ​ເດີນທາງ​ເຂົ້າຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປີ​ນີ້ ຂ້າພະ​ເຈົ້າຫວັງ​ວ່າ​ຈະ​ສາມາດ​ຕົກລົງ​​ເຈຕະນາ​ການຮ່ວມ​ມືທີ່​ຈະ​ແຈ້ງ​ກວ່າ​ເກົ່າ​ໃນ​ດ້ານ​ການທ່ອງທ່ຽວ​ດ້ວຍ​ເຮືອ​ສຳລານ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ກັບ​ແຂວງ​ໄຫຫຼຳ. ​ແຂວງ​ໄຫຫຼຳຂັ້ນກັບ​ແຂວງ​ປາ​ລາ​ວັນ​ດ້ວຍ​ທະ​ເລ, ບໍ່​ໄກ​ປານ​ໃດ ຈຶ່ງ​ຫວັງ​ວ່າ ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ແຂວງ​ໄຫ​ຫຼຳ​ໃນ​ລະດູ​ໜາວທຸກ​ປີ ຈະ​ສືບ​ຕໍ່​ເດີນທາງ​ລົງ​ພາກ​ໃຕ້​ດ້ວຍ​ເຮືອ​ສຳລານ ​ແລະ​ໄປ​ທ່ຽວ​ຊົມຫາດ​ຊາຍ, ດຳ​ນ້ຳ ​ແລະ​ອາຫານ​ແຊບໆ ຢູ່​ເກາະດອນ​ເຂດ​ຮ້ອນ​ທີ່​ມີ​ແສງ​ແດດ​ພຽງພໍ ຢູ່​ແຂວງປາ​ລາ​ວັນ ປະ​ເທດ​ຟິລິບ​ປິນ.

ນອກ​ນີ້, ທ່ານ​ອານ​ວາ​ເຣັສ ກໍ​ເຫັນ​ພ້ອມກັບຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ທີ່​ສຸດ ​ແລະກ່າວ​ວ່າ ​ເໝືອນ​ໂຍນ​ກ້ອນ​ຫີນ​ລົງ​ໜ້າ​ນ້ຳ ​ແລະ​ເຮັດ​ໃຫ້​​ເປັນຄື້ນກະຈາຍ​ອອກ​ໄປ ​ເຊິ່ງສາມາດ​ເຊື່ອມ​ໂຍງ​ຈີນ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຈົນ​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ດ້ານການ​ພັດທະນາ​ເຕີບ​​ໃຫຍ່ ​ແລະ​ຂະຫຍາຍ​ບໍລິ​ເວ​ນກວ້າງອອກ​ໄປ​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ