ອາຊີ​​ເລີ່​ມເຂົ້າສູ່​ໄລຍະ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ
2018-04-08 14:33:30  cri 

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2018 ຈະ​ຈັດ​ຂຶ້ນຢູ່​ເມືອງ​ໂປ​ອາວ ​ແຂວງ​ໄຫ​ຫຼຳ ປະ​ເທດ​ຈີນ ​ແຕ່​ວັນ​ທີ 8-11 ​ເມສາ​ນີ້, ຂະນະ​ທີ່​ຜູ້​ຊ່ຽວຊານ, ນັກວິຊາການ​ປະ​ເທດ​ຕ່າງໆ ກໍ​ຄອງ​ຄອຍ​ຈະ​ໄດ້​ຍິນ​ສຽງ​ຈາກ​ໂປ​ອາວ, ຈີນ ກໍ​ຄື ອາຊີ ກ່ຽວ​ກັບ​ການ​ຫາລື​​ແຜນການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍ​ດ ​ແລະ ຮ່ວມສະ​ແຫວ​ງຫາ​ວິທີການ​ພັດທະນາ-ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ​ຊົກ​ຊີ​ພາ​ນາ ທີ່​ປຶກສາ​​ລັດ​ຖະບານກຳປູ​ເຈຍ, ຜູ້​ຮັບຜິດຊອບ​ກອງ​ເລຂາ​ກຳປູ​ເຈຍ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ກ່າວ​ວ່າ: ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ຈະ​ມີ​ບົດບາດ​ຢ່າງ​ກວ້າງຂວາງ​ຕໍ່​ການ​ພັດທະນາ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ​ແລະບັນຫາ​ການ​ປົກ​ຄອງ​ໃນ​ທົ່ວ​ໂລກ(Global Governance), ນະ​ໂຍບາຍການ​ປະຕິ​ຮູບ​-​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ອາຊີ ​ແລະ​ໂລກ. ຈະ​ແກ້​ໄຂ​ບັນຫາ​ການ​ພັດທະນາ​ທົ່ວ​ໂລກ​ແນວ​ໃດ? ຄິດ​ວ່າ​ຄຳ​ຕອບ​ອາດ​ຈະ​ຢູ່​ກັບ​ຈີນ.
ທ່ານ​ລີ​ຊິງ​ຢີ ກຳມະການ​ປະຕິບັດ​ງານ​ສູນ​ສຶກສາຄົ້ນຄວ້າ​ສັງຄົມ-​ເສດຖະກິດ ສະມາຄົມ​ການ​ຄ້າ​ຈີນ​ຂອງ​ມາ​ເລ​ເຊຍ ກ່າວ​ວ່າ: ຈີນ​ປົກ​ປ້ອງ​ເສລີພາບ​ດ້ານ​ການ​ຄ້າ​ທົ່ວ​ໂລກ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ການ​ພັດທະນາ​ເສດຖະກິດ​ທີ່​ດີ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ອາຊີ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຈີນ​ຈະ​ກຳນົດ​ເອົາ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ເປັນ​ເວທີ ​ເພື່ອສືບ​ຕໍ່​ປົກ​ປ້ອງ​ລະບົບ​ການ​ຄ້າ​ເສລີ ​ແລະ​ໃສ່​ພະລັງ​ຊຸກ​ດັນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ​ໂລກ.

ທ່ານ​ລີ​ເຣີນລຽງ ຜູ້​ຊ່ຽວຊານ​ດ້ານ​ບັນຫາ​ສາກົນ ສະ​ຖາ​ບັນບັນດິດ​ພັດທະນາ​ບໍລິຫານ​ສາດ​ຂອງ​ໄທ ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນ, ຈຸດ​ໜັກ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ​ພວມ​ຍ້າຍ​ໄປ​ສູ່​ຕາ​ເວັນ​ອອກ, ຂະນະ​ທີ່​ຍຸດ​ທະ​ສາດ​ການ​ພັດທະນາ 4,0, ການ​ຜະລິດ​ຈີນ 2025 ​ແລະ​ອື່ນໆ ລ້ວນ​ແຕ່​ເປັນ​ຕົວ​ແທນ​ແຫ່ງ​ທິດ​ທາງ​ການພັດທະນາ​ເສດຖະກິດ​ໃນ​ອະນາຄົດ ​ເຊິ່ງຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢ່າງ​ຕໍ່​ເນື່ອງຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ