ໂປອາວ ອີກໜຶ່ງປີທີ່ເຕັມໄປດ້ວຍຄວາມຫວັງ
2018-04-08 17:08:33  cri 

ລະດູໃບໄມ້ປົ່ງຂອງປີ 2018 ຄະນະ​ຜູ້​ແທນ​ໄດ້ເຕົ້າໂຮມກັນທີ່ໂປອາວອີກຄັ້ງໜຶ່ງ. ແຂວງໄຫຫຼຳ ທີ່ເປັນເຂດເສດຖະ
ກິດ ພິເສດ​ໃຫຍ່ທີ່ສຸດ ແລະ​ເປັນ​ປ່ອງຢ້ຽມແຫ່ງການປະຕິຮູບຂອງຈີນ ໄດ້ເຮັດໃຫ້ທົ່ວໂລກສຸມສາຍຕາໃສ່ອີກຄັ້ງໜຶ່ງ.
ເມື່ອ 5 ປີກ່ອນ, ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນຕໍ່ທົ່ວໂລກວ່າ: "ຈີນຈະ
ຍຶດໝັ້ນການປະຕິຮູບແລະ ໄຂປະຕູສູ່ພາຍນອກຢ່າງບໍ່ຫວັ່ນໄຫວຄອນແຄນ"; ວັນທີ 10 ເມສານີ້ ທ່ານຈະອະທິບາຍ
ໃຫ້ ທົ່ວໂລກຮູ້ ກ່ຽວກັບ​ເປົ້າ​ໝາຍ​ໃນການປະຕິຮູບໄຂປະຕູສູ່ພາຍນອກຂອງຈີນຮອບໃໝ່.

"ການຖາມແລະຕອບຢູ່ໂປອາວ": ປະຕູທີ່ເປີດອອກສູ່ໂລກຂອງຈີນນັ້ນຈະບໍ່ປິດໄວ້


(ເດືອ​ນ​ເມ​ສາ​ປີ 2013, ທ່ານ​ສີ​ຈິ້ນ​ຜິງ​ໂອ້​ລົມ​ກັນ​ກັບ​ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ)

ປີ2013,  ຜູ້ຮັບຜິດຊອບຂອງວິ​ສາ​ຫະກິດ​ຈີນແລະຕ່າງ ປະເທດທີ່ 32 ​ແຫ່ງ​ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງ
ເວທີປຶກສາຫາລືອາຊີໂປອາວເຄີຍມີການຖາມແລະຕອບກັບທ່ານສີຈິ້ນຜິງຄືດັ່ງນີ້:

ທ່ານອັບດຸນ ຜູ້ອຳນວຍການ​ໃຫຍ່ບໍລິສັດ​ແປບຊີອາເມລິກາກ່າວ​ວ່າ: ຫວັງວ່າລັດຖະບານຈີນສືບຕໍ່ໄຂປະຕູສູ່ພາຍນອກ,
ຊຸກຍູ້ການປະຕິຮູບລະບຽບການກວດກາທາງບໍລິຫານ, ສົ່ງເສີມໃຫ້ທຶນຕ່າງ ປະເທດເຂົ້າສູ່ຂົງເຂດກະສິກຳ, ເສດຖະ
ກິດສີຂຽວ ແລະຂົງເຂດອື່ນໆ.

ທ່ານໂຟລິສເຕີ ປະທານກຸ່ມບໍລິສັດໂລຫະໂຟດິສຊິວຂອງ​ອົສຕຼາລີ​ກ່າວ​ວ່າ: ຍ້ອນໄດ້ສົ່ງອອກແຮ່ເຫຼັກໄປຈີນ, ເຮັດໃຫ້
ບໍລິສັດຕົນກາຍເປັນວິສາຫະກິດຊັບພະຍາກອນທີ່ສຳເລັດຜົນທີ່ສຸດໃນໂລກ, ແລະ ຈະສືບຕໍ່ເພີ່ມການລົງທຶນຢູ່ ຈີນ,
​ແລະເຂົ້າຮ່ວມວຽກງານທາງສັງຄົມຂອງຈີນໃຫ້ຫຼາຍກວ່າເກົ່າ.

ທ່ານທານິນ ເຈຍຣະວະນົນ ປະທານກຸ່ມບໍລິສັດຈະເລີນ ໂພກກະພັນ   ຂອງໄທ: ສະເໜີ ໃຫ້ຈີນເພີ່ມຄວາມຕ້ອງການ
ພາຍໃນໃຫ້ຫຼາຍຂຶ້ນ, ເພື່ອຊຸກຍູ້ກະສິກຳ ແລະການບໍລິການໃຫ້ ພັດທະນາຂຶ້ນ, ແລະ​ເປີດ​ໂອກາດ​ໃຫ້ວິສາຫະກິດເຂົ້າ
ຮ່ວມ​ໃນຂົງເຂດພັດທະນາກະສິກຳ ຊົນນະບົດ ແລະຊາວກະສິກອນຫຼາຍກວ່າ ເກົ່າ.

ທ່ານສີຈິ້ນຜິງໄດ້ຕອບດ້ວຍຄວາມໝັ້ນໃຈຢ່າງໜັກແໜ້ນວ່າ: ປະຕູທີ່ເປີດອອກສູ່ໂລກຂອງ ຈີນນັ້ນຈະບໍ່ປິດໄວ້.

—— ພວກເຮົາໄດ້ວາງເປົ້າໝາຍສູ້ຊົນ "100 ປີ ສອງປະການ" , ໄດ້ສະເໜີການບັນລຸຄວາມ​ໃຝ່ຝັນ ຂອງຈີນທີ່
ເຮັດໃຫ້ປະຊາຊາດຈີນຟື້ນຟູ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຄືນໃໝ່ຢ່າງຍິ່ງໃຫຍ່, ເຊິ່ງຢາກຈະບັນລຸເປົ້າໝາຍເຫຼົ່ານີ້ຄວນຈະ
ເພີ່ມຄວາມມີຊີວິດຊີວາ ແລະພະລັງແຮງອັນໃຫມ່ໃຫ້ແກ່ເສດຖະກິດຈີນຢ່າງບໍ່ຂາດສາຍ. ຜ່ານ ຄວາມພະຍາຍາມຂອງ
ພວກເຮົາ, ຈັງຫວະການເຕີບໂຕທາງເສດຖະກິດອາດຈະຮັກສາຢູ່ໃນລະດັບທີ່ສູງ ສົມຄວນໄດ້.

——ວິສາຫະກິດທັງ​ໝົດທີ່ຈົດທະບຽນຢູ່​ແຜ່​ນດິນ​ໃຫຍ່ຈີນ ລ້ວນແຕ່ແມ່ນສ່ວນປະກອບທີ່ສຳຄັນຂອງເສດຖະກິດຈີນ.
ນະໂຍບາຍນຳໃຊ້ທຶນຕ່າງປະເທດຂອງພວກເຮົາ ຈະບໍ່ປ່ຽນແປງ, ແລະຈະປົກປັກຮັກສາສິດ ແລະຜົນປະ ໂຫຍດທີ່
ຊອບດ້ວຍກົດໝາຍຂອງວິສາຫະກິດຕ່າງປະເທດຕາມກົດໝາຍ.

—— ຈີນຈະຍົກລະດັບເສດຖະກິດແບບໄຂປະຕູຈາກຂອບເຂດທີ່ກວ້າງກວ່າເກົ່າ, ຂົງເຂດທີ່ຫຼາຍກວ່າ ເກົ່າແລະລະ
ດັບທີ່ເລິກເຊິ່ງກວ່າເກົ່າ. ພວກເຮົາຄັດຄ້ານລັດທິປົກປ້ອງການຄ້າໃນທຸກຮູບແບບຢ່າງເດັດ ຂາດ, ຍິນດີຜ່ານຈາກການ
ປຶກສາຫາລືກັນເພື່ອແກ້ໄຂຄວາມຂັດແຍ້ງດ້ານເສດຖະກິດການຄ້າກັບປະເທດ ທີ່ກ່ຽວຂ້ອງ, ຊຸກຍູ້ການສ້າງ​ໂຄງ​ປະ
ກອບເສດຖະກິດການຄ້າຫຼາຍຝ່າຍທີ່ກ້ຳເກິ່ງກັນ, ໄດ້ຮັບຜົນປະ ໂຫຍດຮ່ວມກັນແລະສຸມໃສ່ການພັດທະນາ.
 
"ໜຶ່ງແລວ ໜຶ່ງເສັ້ນທາງ": ສ້າງສະຖານະພາບໃໝ່ແຫ່ງການໄຂປະຕູຂອງຈີນ

 


(ປີ 2013 , ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ຂໍ້​ລິ​ເລີ່ມຮ່ວມ​ກັນ​ສ້າງ "ແລວ​ເສດ​ຖະ​ກິດ​ເສັ້ນ​ທາງ​ສາຍ​ໃໝ" ໃນ​ໂອ​ກາດ​ຢ້ຽມ​ຢາມ​ກາ​ຊັກ​ສະ​ຖານ)


(ເດືອນ​ຕຸ​ລາປີ 2013 ໃນ​ໂອ​ກາດ​ຢ້ຽມ​ຢາມ​​ອິນ​ໂດ​ເນ​ເຊຍ, ທ່າ​ນ​ສີ​ຈິ້ນ​ຜີງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມຮ່ວມ​ກັນ​ສ້າງ "​ເສັ້ນ​ທາງ​ສາຍ​ໃໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21" )

ໂດຍເປັນການສົມທົບກັບ "ການຖາມແລະຕອບຢູ່ໂປອາວ", ລະດູໃບໄມ້ຫຼົ່ນປີນັ້ນ, ໃນໂອກາດໄປຢ້ຽມຢາມບັນດາປະ
ເທດອາຊີກາງແລະອາຊີຕາເວັນອອກສຽງໃຕ້, ທ່ານສີຈິ້ນຜີງໄດ້ສະເໜີຂໍ້ລິເລີ່ມທີ່ສຳຄັນ​ກ່ຽວກັບການສ້າງ "ແລວທາງ
ເສດຖະກິດເສັ້ນທາງສາຍໄໝ" ແລະ"ເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21 "ກັບບັນດາປະເທດ, ຫຼັງຈາກ
ນັ້ນມາ "ໜຶ່ງແລວໜຶ່ງເສັ້ນທາງ"ໄດ້ກາຍເປັນສະພາບການໃໝ່ທີ່ ຈີນກັບໂລກປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ
ແລະຊົມໃຊ້ຜົນປະໂຫຍດຮ່ວມກັນ.

ທ່ານສີຈິ້ນຜີງເຄີຍກ່າວເຖິງຄວາມ​ປາຖະໜາ​ທຳ​ອິດທີ່ສະເໜີຂໍ້ລິເລີ່ມດັ່ງກ່າວ: "ເພື່ອໃຫ້ບັນດາປະເທດຢູ່ລຽບເສັ້ນທາງ
ເຫຼົ່ານີ້ຊົມໃຊ້ໂອກາດການພັດທະນາຂອງຈີນ, ຈະເລີນຮຸ່ງເຮືອງໄປພ້ອມກັນ."

ຄວາມເປັນເອກະພາບຂອງວິຊາການ: "ໜຶ່ງແລວໜຶ່ງເສັ້ນທາງ"ແມ່ນເວທີອັນໃໝ່ທີ່ຈີນສ້າງຂຶ້ນເພື່ອໃຫ້ເສດຖະກິດໂລກ
ພັດທະນາແບບໄຂປະ ຕູແລະຮ່ວມມືກັນ.

ການໄຂປະຕູສູ່ພາຍນອກຂອງຈີນ ບໍ່ແມ່ນເພື່ອສ້າງສວນດອກໄມ້ຂອງຕົນເອງທໍ່ນັ້ນ, ຫາກແມ່ນເພື່ອສ້າງ ສວນດອກໄມ້
ທີ່ໃຫ້ປະເທດຕ່າງໆຮ່ວມກັນຊົມໃຊ້. ຕະຫຼອດໄລຍະ 5 ປີມານີ້, ຈີນໄດ້ແບ່ງປັນຜົນປະໂຫຍດຕ່າງໆຮ່ວມກັບໂລກ, ແລະ
ບັນລຸການຮ່ວມມືກັນແລະໄດ້ຮັບຜົນປະໂຫຍດນຳກັນດ້ວຍການເຄື່ອນໄຫວຕົວຈິງຄື: ໄດ້ເຊັນສັນຍາຮ່ວມມືກັບ 40 ກວ່າ
ປະເທດ ແລະ ອົງການຈັດຕັ້ງສາກົນ, ດຳເນີນການຮ່ວມມື ດ້ານຄວາມສາມາດການຜະລິດທີ່ເປັນກົນໄກກັບ 30 ກວ່າ
ປະເທດ, ລົງທຶນໃສ່ບັນດາປະເທດຢູ່ລຽບ ຕາມເສັ້ນທາງນັ້ນຫຼາຍກວ່າ 50 ຕື້ໂດລາສະຫະລັດ; ທະນາຄານລົງທຶນພື້ນ
ຖານໂຄງລ່າງອາ ຊີ ຫຼື AIIB ໄດ້ໃຫ້ເງິນກູ້ຈຳນວນ 1 ຕື້ 700 ລ້ານໂດລາສະຫະລັດແກ່ບັນດາປະເທດທີ່ມີສ່ວນຮ່ວມ
ໃນການສ້າງສາ "ໜຶ່ງແລວ ໜຶ່ງເສັ້ນທາງ", ການລົງທຶນຂອງ ກອງທຶນເສັ້ນທາງສາຍໄໝ ໄດ້ບັນລຸ 4 ຕື້ໂດລາສະຫະ
ລັດ; ວິສາຫະກິດຈີນໄດ້ສ້າງເຂດຮ່ວມມືເສດຖະກິດການຄ້າ 56 ແຫ່ງຢູ່ 20 ກວ່າປະເທດ, ໄດ້ໃຫ້ປະ ເທດເຫຼົ່ານີ້ ມີ
ລາຍໄດ້ດ້ານສ່ວນສາອາກອນເກືອບ 1 ຕື້ 100 ລ້ານໂດລາສະຫະລັດແລະຕຳແໜ່ງວຽກເຮັດງານທຳ 1 ແສນ 8 ໝື່ນ
ຕຳແໜ່ງ......
 
ເຂດສາທິດການຄ້າເສລີ: ຂົງເຂດທີ່ສຳຄັນໃນການໄຂປະຕູສູ່ພາຍນອກຂອງຈີນ


(ທ່ານ​ສີ​ຈິ້ນ​ຜິງ​ສຳ​ຫຼວດ​ສາ​ທິການ​ຄ້າ​ເສ​ລີ​ຊຽງ​ໄຮ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2014)

ຊຽງໄຮ——ບ່ອນກຳເນີດພັກກອມມູນິດຈີນ, ຕົວເມືອງແຄມທະເລທີ່ດຳເນີນການໄຂປະຕູຊຸດທຳອິດ ຂອງຈີນ, ປີ
2013 ໄດ້ສ້າງເປັນເຂດສາທິດການຄ້າເສລີຊຽງໄຮຢ່າງເປັນທາງການ.

ຫຼັງຈາກນັ້ນ 2 ປີດ ເຂດສາທິດການຄ້າເສລີແຂວງກວາງຕຸງ, ກຳ​ແພງນະຄອນທຽນສິນ ແລະແຂວງຟູຈ້ຽນ ສ້າງຂຶ້ນຢ່າງ
ເປັນທາງການ; ປີ 2017 ເຂດສາທິດການຄ້າເສລີແຂວງລຽວນິງ, ແຂວງເຈີ້ຈ່ຽງ, ແຂວງ​ເຮີ​ນານ, ແຂວງຮູເປີຍ, ກຳ​ແພງ
ນະຄອນຈຸ່ງກິ່ງ, ແຂວງເສສວນ ແລະ ແຂວງສານຊີ່ສ້າງ ຂຶ້ນຢ່າງເປັນທາງການ, ອັນໄດ້ຈໍ່ຕົວເປັນຍຸກໃໝ່ແບບ
"1+3+7".

ໂດຍກຳນົດ​ເອົາການສ້າງນະຄອນເສີ່ນເຈີ້ນ, ນະຄອນເຊ້ຍເມີນ, ເມືອງຈູ່ຫາຍ ແລະເມືອງຊົວ​ເທົາເປັນເຂດເສດຖະກິດພິ
ເສດເປັນການເລີ່ມຕົ້ນ, ຈີນໄດ້ຊຸກຍູ້ການທົດລອງໃຫ້ບາງເຂດແຄວ້ນໄຂປະຕູສູ່ພາຍນອກກ່ອນ. ນັບແຕ່ປີ 2013 ເປັນ
ຕົ້ນມາ, ເຂດສາທິດການຄ້າເສລີລະດັບຊາດ 11 ແຫ່ງໄດ້ກາຍເປັນເວທີສຳຄັນທີ່ໃຫ້ ຈີນເປີດກວ້າງການປະຕິຮູບ ໄຂ
ປະຕູສູ່ພາຍນອກ ແລະເຊື່ອມໂຍງເຂົ້າເສດຖະກິດໂລກາພິວັດຕື່ມອີກພາຍ ໃຕ້ສະພາບປົກກະຕິອັນໃໝ່.

ທ່ານສີຈິ້ນຜີງກ່າວວ່າ: ການສ້າງເຂດສາທິດການຄ້າເສລີ ແມ່ນມາດຕະການສຳຄັນອັນໜຶ່ງທີ່ສູນກາງ ພັກກອມມູນິດ
ຈີນສະເໜີອອກມາເພື່ອຊຸກກູ້ການປະຕິຮູບ ແລະໄຂປະຕູສູ່ພາຍນອກພາຍ​ໃຕ້ສະພາບປົກ ກະຕິອັນໃໝ່.

ຕະຫຼອດໄລຍະ 5 ປີມານີ້, ເຂດການຄ້າເສລີ 3 ຊຸດນີ້ຕ່າງກໍ່ມີຈຸດທີ່ສຸມໃສ່ ແລະການປະດິດສ້າງໃໝ່ຂອງຕົນ: ເຂດ
ສາທິດການຄ້າເສລີກຳ​ແພງນະຄອນຊຽງໄຮໄດ້ສະຫຼຸບຮູບແບບການຄຸ້ມຄອງທີ່ເຜີຍແຜ່ໃຫ້ນຳໃຊ້ ຢ່າງກວ້າງຂວາງໄດ້
​ໃນ​ດ້ານ​ການ​ລົງທຶນ, ການ​ຄ້າ, ການ​ທະນາຄານ ​ແລະ​ລະບຽບການ​ຄຸ້ມ​ຄອງ 100 ກວ່າຂໍ້ເຊັ່ນວ່າ: ລະບຽບການຄຸ້ມ
ຄອງທຶນຕ່າງປະເທດທີ່ສະເໜີລາຍຊື່ທາງລົບ, ການ​ເຮັດໃຫ້ການຄ້າຢູ່ດ່ານມີຄວາມສະດວກຂຶ້ນ......ສ່ວນເຂດສາທິດ
ການຄ້າເສລີຊຸດທີ 3 ທີ່ຫາກໍ່ສ້າງຂຶ້ນຢູ່ ແຂວງລຽວນິງ ແຂວງເຈີ້ຈ່ຽງແລະແຫ່ງອື່ນໆນັ້ນ ໄດ້ຈາກການພັດທະນາດ້ວຍ
ຕົນເອງ ຫັນໄປສູ່ການຮ່ວມກັນພັດທະນາພ້ອມກັນ, ເລັ່ງລັດຊຸກຍູ້ການປະດິດສ້າງໃໝ່ດ້ານລະບຽບການ, ເຮັດໃຫ້ສະ
ພາບແວດລ້ອມ ທຸລະກິດຂອງເຂດການຄ້າເສລີໄດ້ຮັບການປັບປຸງດີຂຶ້ນຢ່າງຫຼວງຫຼາຍ.
 
ການປະຕິຮູບແລະໄຂປະຕູສູ່ພາຍນອກ: ເຄັດລັບທີ່ເປີດເຜີຍຂອງຈີນໃນການບັນລຸການພັດທະນາຢ່າງ ໃຫຍ່ຫຼວງກວ່າ
ເກົ່າ


(ໃນ​ເວ​ລາ 5 ປີ​ຜ່ານ​ມາ, ໜ່ວຍ​ງານ​ປະ​ຕິ​ຮູບຂອງ​ສູນ​ກາງ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ມານ 40 ຄັ້ງ, ແລະ​ໄດ້​ອອກ​ມາດ​ຕະ​ການ​ປະ​ຕິ​ຮູບ 1500 ກວ່າ​ຂໍ້)


ເດືອນທັນວາ ປີ 1978 ກອງປະຊຸມຄົບຄະນະຄັ້ງທີ 3 ຊຸດທີ 11 ຂອງຄະນະ​ກຳມະການ​ສູນ​ກາງພັກກອມມູນິດ
ຈີນຕົກລົງດຳເນີນ ການປະຕິຮູບ ແລະໄຂປະຕູສູ່ພາຍນອກ, ເຮັດໃຫ້ຈີນທີ່ມີປະຫວັດສາດແລະວັດທະນະທຳ 5 ພັນ
ກວ່າປີນັ້ນເປັນ ເຈົ້າການເປີດປະຕູສູ່ໂລກ.

ເດືອນຕຸລາ 2013 ກອງປະຊຸມຄົບຄະນະຄັ້ງທີ 3 ຊຸດທີ 18 ຂອງຄະນະ​ກຳມະການ​ສູນ​ກາງພັກກອມມູນິດຈີນຕົກ
ລົງ ລົງເລິກດຳເນີນການປະຕິຮູບ. ໃນ​ໄລຍະ 1.000 ກວ່າວັນທີ່ຜ່ານໄປ, ທ່ານສີຈິ້ນຜີງໄດ້ເປັນປະທານໄຂ ກອງ
ປະຊຸມໜ່ວຍງານນຳພາການລົງເລິກການປະຕິຮູບຮອບດ້ານຂອງສູນກາງຈີນ 39 ເທື່ອ, ໄດ້ວາງ ມາດຕະການ
1500 ກວ່າຂໍ້, ສຸມໃສ່ການປະຕິຮູບໃນຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ຊີວະພາບ ແລະການ
ກໍ່ສ້າງພັກ, ອັນໄດ້ເຮັດໃຫ້ເກີດມີການປ່ຽນແປງຄັ້ງ ປະຫວັດ ສາດຢ່າງເລິກເຊິ່ງ ແລະຮາກຖານທີ່ສຸດ.

ເດືອນມີນາ 2018 ໜ່ວຍງານນຳພາການລົງເລິກການປະຕິຮູບຢ່າງຮອບດ້ານຂອງສູນກາງຈີນໄດ້ຍົກລະ ດັບເປັນຄະ
ນະກຳມະການ.

ໂດຍຜະ​ເຊີນໜ້າຕໍ່ການພັດທະນາຢ່າງວ່ອງໄວຂອງເສດຖະກິດໂລກາພິວັດ ແລະການແຂ່ງຂັນກຳລັງສັງລວມແຫ່ງຊາດ
ທີ່ດຸເດືອດທີ່ສຸດ, ທ່ານສີຈິ້ນຜີງກໍ່ເຄີຍກ່າວໄວ້ໂດຍກົງໃນເວລາໃຫ້ສຳພາດຕໍ່ໂທລະພາບຣັດເຊຍ ທີ່ໂຊຊີວ່າ, ຖ້າວ່າຈີນ
ຢາກກຳແໜ້ນໂອກາດ ​ແລະບັນລຸການພັດທະນາໃໝ່ທີ່ໃຫຍ່ກວ່າເກົ່າ​ແລ້ວ ເບິ່ງຈາກດ້ານກົກ ຮາກແລ້ວ ຍັງຕ້ອງອີງ
ອາໃສນຳການປະຕິຮູບແລະໄຂປະຕູສູ່ພາຍນອກ.

ການນຳສູງສຸດຂອງຈີນທ່ານນີ້ເຫັນວ່າ, ປະເທດໃຫຍ່ທີ່ມີປະຊາກອນຈຳນວນ 1 ຕື້ 300 ລ້ານກວ່າ ຄົນນັ້ນຢາກຈະ
ບັນລຸທັນສະໄໝ ແມ່ນບໍ່ມີຕົວຢ່າງມາແຕ່ກ່ອນ​ໃນ​ປະ​ຫວັດ​ມວນ​ມະນຸດ. ການພັດທະນາຂອງຈີນຕ້ອງເດີນຕາມ ເສັ້ນ
ທາງຂອງຕົນເອງທັງນັ້ນ, ຕ້ອງທົດລອງເຮັດໄປແບບ ຂ້າມນ້ຳໂດຍການສຳຜັດກັບ ກ້ອນຫີນຢູ່ໃຕ້ນ້ຳ, ຕ້ອງລົງເລິກ
ການປະຕິຮູບແລະໄຂປະຕູສູ່ພາຍນອກເລື້ອຍໆ, ຕ້ອງຊອກຄົ້ນຫາ ​ແລະກ້າວໄປ ໜ້າເລື້ອຍໆ.

ຄວາມສວຍງາມອີກປີໜຶ່ງ,  ໂດຍເປັນກິດຈະກຳການຕ່າງປະເທດຂອງຈີນຄັ້ງທຳອິດໃນປີ 2018, ທົ່ວໂລກກຳລັງ
ຄ່ອງຄອຍຢາກໄດ້ຍິນສຽງຂອງຈີນໃນຍຸກໃໝ່ຢູ່ເມືອງໂປອາວທີ່ມີພູຂຽວ ​ແລະນ້ຳໃສສະ​ອາດ​ທີ່​ສວຍສົດ​ງົດ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ