ອົງການ​ອະນາ​​ໄມ​​ໂລກ​ຊົມ​ເຊີຍ​​ແຜນການ​ຂອງ​ຈີນ
2018-04-08 17:11:18  cri 
ວັນ​ທີ 7 ​ເດືອນ​ເມ​ສາ​ແມ່ນ​ວັນ​ອະນາ​ໄມ​ໂລກ, ຫົວ​ຂໍ້​ປີ​ນີ້​ແມ່ນ "ປົກ​ປ້ອງສຸຂະພາບທົ່ວ​ປວງ​ຊົນ: ທຸກ​ຄົນ, ທຸກ​ແຫ່ງ". ອົງການ​ອະນາ​​ໄມ​ໂລກ​ຊີ້​ໃຫ້​ເຫັນ​ວ່າ: ປະ​ເທດ​ຈີນ​ດຳ​ເນີນ​ລະບົບ​ອະນາ​ໄມ​ທີ່​ດີ ​ເຊິ່ງ​ໄດ້​ກາຍ​ເປັນ​ພື້ນຖານ​ຂອງ​ສຸຂະພາບ​ທົ່ວ​ປວງ​ຊົນ ​ແລະ​ສະ​ໜອງ​ແຜນ​ການ​ທີ່​ສາມາດ​ຖອດຖອນ​ໄດ້​ໃຫ້​​​ໂລກ ​ເພື່ອແກ້​ໄຂບັນຫາປົກ​ຫຸ່ມ​ຂອງ​ການບໍລິການສຸຂະ​ອະນາ​ໄມພື້ນຖານ​.

ທ່ານ​​ເທດ​ໂຣສ ອັດ​ຮະ​ນົມ ​ເກ​ເບຼ​ເຢ ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​​ໄດ້ຕີ​ລາຄາ​ສູງ​ໃນ​ການ​ຢ້ຽມຢາມ​ປະ​ເທດ​ຈີນ​ໃນ​ປີ 2017 ວ່າ: ຈີນ​ຢູ່​ລະດັບ​ນຳ​ໜ້າດ້ານ​ການ​ປົກປ້ອງສຸຂະພາບ​ທົ່ວ​ປວງ​ຊົນ ​ແລະ 95% ຂອງ​ປະຊາຊົນ​ຈີນ​​ມີ​ການ​ປະກັນ​ໄພສຸຂະພາບ​ພື້ນຖານ​. "​​​ໂຄງ​ຮ່າງແຜນການ​ສຸຂະ​ພາບ​ຈີນ​ 2030" ​​ແມ່ນ​ຕົວ​ແບບ​ທີ່​ດີທີ່​ສຸດ ​ເຊິ່ງ​ໄດ້​ສະ​ແດງ​​ເຖິງຄວາມ​ເອົາ​ໃຈ​ໃສ່​ຕໍ່​ສຸຂະພາບ​ໃນ​ການ​ພັດທະນາ​ຂອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ