ລັດຖະມົນຕີ​ກະຊວງ​ການ​ເງິນ​ສິງ​ກະ​ໂປກ່າວ​ວ່າ ອາ​ຊຽນຈະ​ສືບ​ຕໍ່​ສະໜັບສະໜູນ​ຂະ​ບວນການ​ໂລກາ​ພິວັດ
2018-04-08 17:13:17  cri 
​ໃນ​ມໍ່ໆ​ມາ​ນີ້, ທ່ານ​​ເຮັ່ງ​ສະ​ວີ ກິດ​ທ ລັດຖະມົນຕີ​ກະຊວງ​ການ​ເງິນ​ສິງກະ​ໂປ​ກ່າວ​ວ່າ: ໂລກາ​ພິວັດຈະ​ສ້າງ​ຜົນ​ປະ​ໂຫຍ​ດອັນ​ຍິ່ງ​​ໃຫຍ່​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ, ບັນດາ​ປະ​ເທດ​ອາ​ຊຽນຄວນ​ສືບ​ຕໍ່​ຊຸກຍູ້​​ເສດຖະກິດ​​ໃຫ້​ເປັນ​ເອກະ​ພົບ​ດຽວ ​ແລະ​ສືບ​ຕໍ່​ສະໜັບສະໜູນ​ການ​ຄ້າ, ການ​ເປີດ​ປະຕູ ​ແລະ​ຂະ​ບວນການ​ໂລກາ​ພິວັດ.

ວັນ​ທີ 6 ​ເມສາ​ນີ້, ກອງ​ປະຊຸມ​ລັດ​ຖະມົນຕີ​ກະຊວງ​ການ​​ເງິນ ​ແລະຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ສິງກະ​ໂປ. ​ທ່ານ​ເຮັ່ງ​ສະ​ວີ ກິດ​ທກ່າວ​ຕໍ່ກອງ​ປະຊຸມຖະ​ແຫຼ​ງ​ຂ່າວ​ວ່າ: ​ວິທີທີ່​ຖືກຕ້ອງ​​ຂອງ​ອາ​ຊຽນໃນ​ການແກ້​ໄຂ​ຜົນສະທ້ອນ​ທາງ​ລົບ​ຂອງ​ໂລກາ​ພິວັດບໍ່​ແມ່ນ​ການ​ປິດ​ລ້ອມ​ເສດຖະກິດ, ​ແຕ່​ວ່າ​ແມ່ນ​ບັນລຸ​ເສດຖະກິດ​ເປັນ​ເອກະ​ພົບ​ດຽວ​ໃຫ້​ດີກ​ວ່າ​ເກົ່າ, ຊອກ​ຫາວິທີ​ສ້າງ​ຜົນປະ​ໂຫຍ​ດ​ຈາກການ​ຄ້າ​ເສລີ ​ແລະ​ເປີດ​ປະຕູ, ປັບປຸງ​ອົງ​ປະກອບ​ເສດຖະກິດ, ​ເພີ່ມ​ທະວີ​ການ​​ເຊື່ອມ​ຈອດ​ກັນ​ດ້ານ​ການ​ທະນາຄານ ​ແລະ​ໃຫ້​ປະຊາຊົນ​ມີ​ວິຊາ​ຊີບ​ໃໝ່.

​ໃນ​ກອງ​ປະຊຸມ​ດັ່ງກ່າວ, ລັດຖະມົນຕີ​ກະຊວງ​ການ​​ເງິນ ​ແລະ​ຜູ້​ວ່າ​ການ​ທະນາຄານ​​ກາງ​ຈາກ 10 ປະ​ເທດ​ອາ​ຊຽນ​ໄດ້​ຢ້ຳ​ເຖິງ "​ແຜນ​ແມ່​ບົດ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ 2025" ​ແລະ​​ເປົ້າໝາຍ​ຍຸດ​ທະ​ສາດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ