ຊ່ຽວຊານ​ຝຣັ່ງກ່າວ​ວ່າ: ການ​​​ແນ​ໃສ່​​ຈີນ​​ເລື້ອຍໆຂອງທ່ານ​ທຣຳ​ໄດ້ສະ​ແດງ​ຄວາມ​ກັງວົນ​ຕໍ່​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຈີນ
2018-04-08 17:14:23  cri 
ມໍ່ໆ​ມາ​ນີ້, ລັດຖະບານ​ປະຕິບັດ​ຕາມ​ລັດທິປົກ​ປ້ອງ​ການ​ຄ້າຝ່າຍ​ດ່ຽວ​ຕາມ​ລຳພັງ​ໃຈ ​ເຮັດ​ໃຫ້​ເສດຖະກິດການ​ຄ້າ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ມີ​ຄວາມ​ຂັດ​ແຍ້ງ​ຮຸນ​ແຮງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ສຈ ຄຣິສຕຽນ ​ເມ​ສ​ເຕີ ​ຫົວໜ້າກິ​ຕິ​ມະ​ສັກ​ສະ​ຖາ​ບັນ​ນິຕິ​ກຳມະຫາວິທະຍາ​ໄລສຕຼສ​ເບີກຝຣັ່ງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ການ​​ແນ​ໃສ່​ຈີນ​ເລື້ຶອຍໆ​ຂອງ​ທ່ານ​ທຣຳ​ໄດ້​ສະ​ແດງ​ຄວາມ​ກັງວົນ​ຂອງ​ອາ​ເມ​ລິ​ກາຕໍ່ປະ​ເທດ​ຈີນ​ທີ່​ນັບ​ມື້​ນັບ​ພັດທະນາ.

ທ່ານ​ກ່າວ​ຕື່ມ​ວ່າ: ທ່ານ​ໂດ​ນັນ ທຣຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັດ​ທິປົກ​ປ້ອງ​ການ​ຄ້າ​​ຝ່າຍ​ດ່ຽວໃນ​ໄລຍະ​ການ​ແຂ່ງຂັນ​ເລືອກ​ຕັ້ງ. ​ໃນ​ມໍ່​ໆ​ມາ​ນີ້, ອາ​ເມ​ລິ​ກາ​​ໄດ້​ແນ​ໃສ່​ປະ​ເທດ​ຈີນ​​ເລື້ອຍໆ ​ເຊິ່ງມີ​ການ​ພົວພັນ​ກັບທ່ານ​ທຣຳທີ່​ຢາກ​ຈະ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນໃນ​ໄລຍະ​ການ​ແຂ່ງຂັນ​ເລືອກ​ຕັ້ງ. ທ່ານ​ທຣຳຢາກ​ສົ່ງ​ສັນຍານວ່າ​ອາ​ເມ​ລິ​ກາ​ຍັງ​ມີ​ຄວາມ​ສາມາດທີ່​ຈະ​ກາຍ​ເປັນ​ປະ​ເທດ​​​ເຂັ້ມແຂງທີ່​ສຸດ​ໃນ​ດ້ານ​ເສດຖະກິດ​ໃນ​ໂລກ ​ແຕ່ທີ່​ຈິງ​ແລ້ວ​ນີ້​ກໍ່​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກັງວົນຂອງ​ອາ​ເມ​ລິ​ກາ​ຕໍ່​ຈີນ​ທີ່​ນັບ​ມື້​ນັບ​ພັດທະນາ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ