ປີ 2018 ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່ຈະ​ຮັກ​ສາ​ທ່າ​ອ່ຽງ​​ການ​ເຕີບ​ໂຕ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ
2018-04-09 10:50:11  cri 
ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 2018 ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ປະ​ຈຳ​ປີ 2018 ກ່ຽວ​ກັບ​ການ​ພັດ​ທະ​ນາຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່​ໃນ​ວັນ​ທີ 8 ເມ​ສາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ 2018, ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່ຈະ​ຮັກ​ສາ​ທ່າ​ອ່ຽງ​ແຫ່ງ​ການ​ເຕີບ​ໂຕ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ ແລະເມື່ອ​ທຽບ​ກັບ​ປີ 2017 ແລ້ວ, ຄວາມ​ໄວ​ການ​ເຕີບ​ໂຕ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫຼາຍກວ່າ​ທີ່ຈະ​ຮັກ​ສາ​ທ່າ​ອ່ຽງ​ເກົ່າ​ຫຼື​ສູງ​ຂຶ້ນ​​ເລັກ​ໜ້ອຍ.

ບົດ​ລາຍ​ງານ​ລະ​ບຸວ່າ, ປີ 2017, ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຕ້ອງ​ການ​ພາຍນອກ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ແລະ​ຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ, ເສດ​ຖະ​ກິດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່ 11 ກຸ່ມ​ໃນ​ກຸ່ມ 20 ປະ​ເທດ​ຫຼື E11 ​ເຊັ່ນ: ເບຼ​ຊິນ, ຈີນ ແລະ​ອິນ​ເດຍ​ເປັນ​ຕົ້ນ​ໄດ້ເຕີບ​ໂຕ​ໄວ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ແລະ​ມີ​ທ່າ​ອ່ຽງ​ທີ່​ເຫັນ​ໄປ​ໃນ​ແງ່​ດີ​ໂດຍ​ລວມ.

​ປີ 2017, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ລວມຍອດ​ມູ​ນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫຼື GDP ຂອງ E11 ບັນ​ລຸ​ປະ​ມານ 5,1%, ເພີ່ມ​ຂຶ້ນ 0.5% ເມື່ອ​ທຽບ​ກັບ​ປີ 2016, ສູງກວ່າ​ຈັງ​ຫວະການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ 1,4%.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່​ທີ່​ໃຫຍ່​ທີ່​ສຸດ, ເສດ​ຖະ​ກິດ​ຈີນ​ໄດ້​ພັດ​ທະ​ນາ​ດີກວ່າ​ຄາດ​ໝາຍ ໂດຍບັນ​ລຸ​ການ​ເຕີບ​ໂຕ​ 6,9% ເຊິ່ງ​ເປັນ​ລະ​ດັບ​ປານ​ກາງ​ແຕ່​ກໍ່​ສູງ​ສົມ​ຄວນ ໄດ້​ປະ​ກອບ​ສ່ວນ​ປະ​ມານ 1 ສ່ວນ 3 ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ ແລະສື​ບ​ຕໍ່​ເປັນ​ຜູ້​ປະ​ກອບ​ສ່ວນ​ໃຫຍ່​ຫຼວງກວ່າ​ໝູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ