ປະ​ທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
2018-04-09 11:32:11  cri 
ວັນ​ທີ 8 ເມ​ສາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ທ່ານ ກູ​ເຕີ​ເຣ​ສ ຢ້ຽມ​ຢາມ​ຈີນ​ພ້ອມ​ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ 2018. ທ່ານ ສີ​ຈິ້ນ​ຜິງ ຊີ້​ວ່າ: ສະ​ຖາ​ນະ​ການ​ສາ​ກົນ​ໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ມີ​ການ​ພັດ​ທະ​ນາ​ແລະ​ປ່ຽນ​ແປງ​ໃໝ່. ບັນ​ຫາ​ໃນ​ສາ​ກົນ​ກໍ່​ສັບ​ສົນ​ຫຼາຍ, ເວົ້າ​ໂດຍ​ລວມ​ແລ້ວ​ກໍ່ຄວນ​ແກ້​ໄຂ​ບັນ​ຫາ​ລະ​ບົບ​ແລະ​ຄວາມ​ສາ​ມາດ​ດ້ານ​ການ​ຄຸ້ມ​ຄອງ​ໃຫ້​ດີ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ແລະ​ປັບ​ປຸງ​ການ​ຄຸ້ມ​ຄອງ​ຂອງ​ໂລກ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ.

ທ່ານ ສີ​ຈິ້​ນ​ຜິງ ກ່າວ​ເນັ້ນ​ວ່າ: ການສະ​ໜັບ​ສະ​ໜູນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ ແລະ​ການ​ຮັກ​ສາ​ອິດ​ທິ​ພົນ​ແລະ​ຖາ​ນະ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ນະ​ໂຍ​ບາຍ​ໂດຍ​ພື້ນ​ຖານ​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ. ພວກ​ຂ້າ​ພະ​ເຈົ້າມີ​ຈຸດ​ຢືນ​ທີ່​ປະ​ເທດ​ໃຫຍ່​ແລະ​ນ້ອຍ​ມີ​ຄວາມສະ​ເໝີພາບ​ກັນ ຂະ​ນະ​ດຽວ​ກັນ​ກໍ່​ເຫັນ​ວ່າ​ປະ​ເທດ​ໃຫຍ່​ຄວນ​ແບກ​ຫາບ​ໜ້າ​ທີ່​ຂອ​ງ​ຕົນ​ເທົ່າ​ທີ່​ຄວນ.

​ໂອ​ກາດ​ນີ້, ທ່ານ ກູ​ເຕີເຣ​ສ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ອີກ​ຄັ້ງ​ໜຶ່ງ​ຕໍ່ທ່ານ​ ສີ​ຈິ້ນ​ຜິງ ທີ່​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ ແລະ​ກ່າວ​ດ້ວຍ​ຄວາມ​ຍ້ອງ​ຍໍ​ວ່າ​ນີ້​ມີ​ຄວາມ​ໝາຍ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຕໍ່​ຈີນ. ຈີນ​ໄດ້​ກາຍ​ເປັນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ລັດ​ທິ​ຫຼາຍ​ຝ່າຍ ແລະ​ເປັນກຳ​ລັງ​ທີ່​ສຳ​ຄັນ​ທີ່​ຂາດ​ບໍ່​ໄດ້​ແລະ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ຊຸກ​ຍຸ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ. ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກັບ​ຈີນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ໂລກ. ຂ້າ​ພະ​ເຈົ້າເຫັນ​ດີ​ນຳ​ຈຸດ​ຢືນ​ຂອງ​ທ່ານປະ​ທານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ,ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ​ແລະ​ຂໍ້​ລິ​ເລີ່​ມ​ທີ່​ສຳ​ຄັນ​ອື່ນໆ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ບັນ​​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ທຸກປະ​ເທດ ແລະເຊື່ອ​ໝັ້ນ​ວ່າ​ຂໍ້​ລິ​ເລີ່ມ​ເຫຼົ່າ​ນີ້​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ທີ່​ໃຫຍ່​ທີ່​ສຸດ​ມາ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ