ນະ​ໂຍ​ບາຍ​ໃຊ້​ອຳ​ນາດບາດ​ໃຫຍ່​ດ້ານ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ຢຽບ​ຫຍາມ​ຈິດ​ໃຈ​ສັນ​ຍາ​ຢ່າງ​ໜັກ​ໜ່ວງ
2018-04-09 16:54:41  cri 
ວັນ​ທີ 8 ເມ​ສາ​ນີ້, ຂ່າວ​ສານ​ຊີນ​​ຮ​ວາ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ວິ​ຈານ​ສາ​ກົນ​ທີ່​ມີ​ຫົວ​ຂໍ້ "ນະ​ໂຍ​ບາຍ​ໃຊ້​ອຳ​ນາດ​ບາດ​ໃຫຍ່​ດ້ານການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ໄດ້​ຢຽບ​ຫຍາມ​ຈິດ​ໃຈ​ສັນ​ຍາ​ຢ່າງ​ໜັກ​ໜ່ວງ" ໂດຍ​ລະ​ບຸ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ການສິນ​ຄ້າ​ຈີນ​ທີ່​ອາດ​ຈະ​ຂຶ້ນ​ອັດ​ຕາ​ພາ​ສີ​ຕາມ​ຜົນ​ການກວດ​ກາ 301 ແລະ​ໄດ້​ຂົ່ມ​ຂູ່​ວ່າ​ຈະ​ວາງ​ມາດ​ຕະ​ການ​ຂຶ້ນ​ພາ​ສີ​ຕື່ມ​ອີກ. ການ​ກະ​ທຳ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແບບ​ນີ້​ໄດ້​ຖືກ​ປະ​ຕິ​ເສດ​ຢ່າງ​ເດັດ​ຂາດ​ຈາກ​ຈີນ ແລະ ຖືກ​ບຸກ​ຄົນເບິ່ງກວ້າງ​ເຫັນ​ໄກສາ​ກົນ​ຕຳ​ນິ​ຢ່າງກວ້າງ​ຂວາງ. ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ຝ່າ​ຝືນ​ຫຼັກ​ການ​ແລະ​ຈິດ​ໃຈ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ເປັນ​ການ​ຢຽບ​ຫຍາມ​ຢ່າງ​ໜັກ​ໜ່ວງ​ຕໍ່​ຈິດ​ໃຈ​ການ​ປະ​ຕິ​ບັດ​ສັນ​ຍາ​ທີ່​ສັງ​ຄົມ​ການ​ຄ້າ​ສາ​ກົນ​ຍຶດ​ຖື, ກໍ່​ຖື​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ຢ່າງ​ບັງ​ອາດ​ຕໍ່​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າ​ຍ​ທີ່​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ.

ບົດ​ຄວາມ​ລະ​ບຸ​ວ່າ: ອາ​ເມ​ລິ​ກາ​ແມ່ນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ກັບ​ປະ​ເທດ​ອື່ນໃນຂອບ​ຫຼາຍ​ຝ່າຍ​ຂອງ​ອົງ​ການ​ການ​ຄ້າ​ໂລກ. ແຕ່ອາ​ເມ​ລິ​ກາ​ບໍ່ໄດ້​ຫົວ​ຊາ​ນຳ​ລະ​ບຽບ​ການ​ແລະ​ໜ້າ​ທີ່ທີ່​ຄວນ​ເຄົາ​ລົບ​ປ​ະ​ຕິ​ບັດ​ຂອງ​ຕົນ​ຢ່າງ​ເຖິງ​ຖອງ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ, ຍົກ​ໄມ້​ຄ້ອນ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຝ່າຍ​ດຽວ, ແລະ​ຖິ້ມ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຕົນ​ໃຫ້​ປະ​ເທດ​ອື່ນ.ອັນ​ທີ່​ວ່າການກວດ​ກາ 301 ແມ່​ນ​ຂະ​ບວນ​ການ​ໜຶ່ງ​ທີ່​ອາ​ເມ​ລິ​ກາ​ກໍ່​ຂຶ້ນ,ກວດ​ກາ,ຕັດ​ສິນ,ແລະ​ປະ​ຕິ​ບັດ​ພຽງ​ແຕ່​ຝ່າຍ​ດຽວ ທາດ​ແທ້​ຂອງ​ການກວດ​ກາ​ດັ່ງ​ກ່າວ​ແມ່ນ​ອີງ​ຕາມ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ,ມີ​ລັກ​ສະ​ນະ​ລັດ​ທິ​ຝ່າຍ​ດຽວ​ທີ່​ຮຸນ​ແຮງ,ຂາດຄວາມ​ເປັນ​ທຳ ເຊິ່ງ​ນີ້​ບໍ່​ແມ່ນ​ການ​ກະ​ທຳ​ຂອງ​ປະ​ເທດ​ໃຫຍ່​ປະ​ເທດ​ໜຶ່ງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແລະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ.

ບົດ​ຄວາມຍັງ​ເນັ້ນ​ວ່າ: ໃນ​ຍຸກ​ປັດ​ຈຸ​ບັນ​ທີ່​​ເປັນ​ຍຸກ​ໂລ​ກາ​ພິ​ວັດ,ບັນ​ດາ​ປະ​ເທດ​ໃນ​ໂລກ​​ແລກ​ປ່ຽນ​ແລະ​ໄປ​ມາ​ຫາ​ສູ່​ກັນ,​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ແລະເປັນ​ເປົ້າ​ໝາຍ​ຂອ​ງ​ການ​ພັດ​ທະ​ນາ. ສ່ວນ​​ນະ​ໂຍ​ບາຍ​ໃຊ້​ອຳ​ນາດບາດ​ໃຫຍ່​ດ້ານການ​ຄ້າ​ຝ່າຍ​ດຽວ​ຂອງ​ອາ​ເມ​ລິ​​ກາ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຄູ່​ຮ່ວມ​ມື​ການ​ຄ້າ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ໂລກ,ເປັນ​ການ​ຢຽບຫຍາມ​ຕໍ່​ຈິດ​ໃຈ​ສັນ​ຍາ​ຢ່າງ​ໜັກ​ໜ່ວງ. ​ຢູ່ລະ​ຫວ່າງ​ຄົນ​ກັບ​ຄົນ​ຖ້າ​ບໍ່​​ມີ​ຄວາມໄວ້​ເນື້ອ​ເຊື່ອໃຈ​ກັນ​ກໍ່ບໍ່​ສາ​ມາດ​ຢູ່​ນຳ​ສັງ​ຄົມໄດ້,ຢູ່​ລະ​ຫວ່າງ​ປະ​ເທດ​ກັບ​ປະ​ເທດ​ຖ້າ​ບໍ່​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ​ກໍ່​ຈະ​ບໍ່​ສາ​ມາດ​ຈະ​ເລີນ​ຮຸ່ງ​ເຮືອງ. ສະ​ນັ້ນ​ຈຶ່ງ​​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ບໍ່​ຄວນ​ເດີນ​ຕາມ​ເສັ້ນ​ທາງ​ທີ່ຜິດ​ພາດ​ແລະ​ແຮ່ງ​ເດີນ​ແຮ່ງ​ໄປ​ໄກ ຖ້າ​ບໍ່​ດັ່ງ​ນັ້ນ ໃນ​ທີ່​ສຸດ​ຈະ​ບໍ່​ສາ​ມາດ​ໄດ້​ຮັບ​ຜົນດີ​ຫຍັງ​ເລີຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ