ຄາດ​ວ່າ​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ໄຕ​ມາດ​ທີ​ໜຶ່ງ
2018-04-09 16:55:14  cri 
ຜູ້​ຮັບ​ຜິດ​ຊອບກົມ, ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ຫວ່າງມໍ່​ໆ​ມາ​ນີ້​ວ່າ, ​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນມີ​ການ​ເລີ່ມ​ຕົ້ນ​ທີ່​ດີໃນ​ປີ 2018. ​ແຕ່ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີ​ນີ້, ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 25,2%, ​ແລະເພີ່ມ​ຂຶ້ນ 4 ເດືອນ​ລຽນ​ຕິດ. ຄາດ​ວ່າ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ 2018, ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ, ໂຄງ​ປະ​ກອບ​ຂະ​ແໜງ​ການ​ຈະ​ປັບ​ປຸງ​ດີ​ຂຶ້ນ​ຕື່ມ​ອີກ, ຄຸນ​ນະ​ພາບ​ແລະ​ປະ​ສິ​ດ​ທິ​ຜົນກໍ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ