ການ​ປົກ​ປ້ອງ​ການ​ຄ້າ​ບໍ່​ສາມາ​ດກາຍ​ເປັນ​ກຳລັງ​ຊຸກ​ດັນ​ຖາວອນໃນ​ການ​ພັດທະນາ​ເສດຖະກິດ
2018-04-09 16:29:41  cri 
ວັນ​ທີ 8​ ​ເມສາ​ນີ້, ​ເວທີ​ປຶກສາ​ຫາລືອາຊີ​ໂປ​ອາວໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານກຳລັງ​ການແຂ່ງຂັນ​ອາຊີ​ປະຈຳ​ປີ 2018 ​​ໂດ​ຍຊີ້​ໃຫ້​ເຫັນ​ວ່າ: ​ເນື່ອງ​ຈາກ​ເສດຖະກິດ​ຂອງ​ໂລກຟື້ນ​ຟູ​ຄືນ ​ແລະ​​ການ​​ເຊື່ອມ​ໂຍງເສດຖະກິດ​ພາກ​ພື້ນ​ອາຊີ​ເລັ່ງລັດ​​ໄວ​ຂຶ້ນ, ​ເຮັດ​ໃຫ້​ກຸ່ມ​ເສດຖະກິດ​ຕ່າງໆ​ໃນອາຊີ​ມີ​ສະພາບ​ການ​ທີ່​ດີ. ​ບົດ​ລາຍ​ງານ​ຍັງ​ເຕືອນ​ວ່າ: ​ການ​ປົກ​ປ້ອງ​ການ​ຄ້າ​ບໍ່​ສາມາດ​ກາຍ​ເປັນ​ກຳລັງ​ຊຸກ​ດັນ​ຖາວອນໃນ​ການ​ພັດທະນາ​ເສດຖະກິດ ​ແລະ​ອາດ​ຈະ​ຈຳກັດ​ຄວາມ​ຍືນ​ຍົງ​ຂອງ​ການ​ພັດທະນາ​ເສດຖະກິດອີກ.

ບົດລາຍ​ງານ​ດັ່ງກ່າວ​ໄດ້​ວິ​ເຄາະ​ກຳລັງການ​ແຂ່ງຂັນ​ຂອງ​ກຸ່ມ​ເສ​ດຖະກິດ​ອາຊີ 37 ກຸ່ມ. ​​ໂດຍ​ລະບຸ​ວ່າ: ​ໂດ​ຍ​ເບິ່ງ​ຈາກ​ຄວາມ​ສາມາດ​ບົ່ມຊ້ອນ​ດ້ານ​​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ການປະກອບສ່ວນ​ເຂົ້າ​ໃນ​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ​ແລະ​ຄວາມ​ປອດ​​ໃສ​ຂອງການ​ເຄື່ອນ​ໄຫວ​ເສດຖະກິດ, ກຳລັງການ​ແຂ່ງຂັນ​ຂອງ​ເສດຖະກິດ​ຈີນ​ແມ່ນ​ຢູ່​ນຳ​ໜ້າ. ​ເຖິງ​ແມ່ນ​ວ່າ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຫຼຸດ​ລົງ​​ເຖິງ​ເກືອບ 7% ກໍ​ຕາມ, ​ແຕ່​ປະລິມານ​​ການ​ເພີ່ມ​ຂຶ້ນ​ຍັງ​ມີ​ຄວາມ​ສຳຄັນ​ຕໍ່​ການ​​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ.

ທ່ານ​​ໂຈ່​ວ​ເວີນ​ຈົ້ງ ​ເລຂາທິການ​ໃຫຍ່​ເວ​ທີປຶກສາ​ຫາລືອາຊີໂປອາວກ່າວວ່າ: ໃນໄລຍະ 20 ປີຜ່ານມາ, ກຸ່ມເສດຖະກິດທີ່ກຳລັງພັດທະນາ​ໃນ​ອາຊີມີຈັງຫວະການເຕີບໂຕສະເລ່ຍຕໍ່ປີເຖິງ 6,8% ສູງ​ກວ່າ​ພາກ​ພື້ນ​ອື່ນໆ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ