ຖ້າ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ ອີຣານຈະ​ປະຕິບັດ​ຕາມ​ຜົນ​ປະ​ໂຫຍ​ດຂອງຊາດ
2018-04-09 16:31:25  cri 
ວັນ​ທີ 8 ​ເມສາ​ນີ້, ທ່ານ​ອາລີ ອັກ​ບາ ​ເວ​ໄລ​ຢາ​ຕີ ທີ່​ປຶກສາ​ວຽກ​ງານ​ການຕ່າງປະ​ເທດ​ຂອງ​ຜູ້ນຳ​ສູງ​ສຸດ​ອີຣານ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ​ວ່າ: ປະ​ເທດ​ຕົນ​ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ສັນຍາ​ຮອບ​ດ້ານວ່າ​ດ້ວຍ​ບັນຫາ​ນິວ​ເຄຼຍອີຣານ, ​ແຕ່ຖ້າ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນີ້, ປະ​ເທດ​ຕົນ​ໃນ​ຖານະ​​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ໃນ​ພາກ​ພື້ນ ​ແລະ​ສາກົນ ຈະ​ປະຕິບັດ​ຕາມ​ຜົນ​ປະ​ໂຫຍ​ດຂອງ​ຊາດຢ່າງ​ເດັດດ່ຽວ.

ທ່ານ​ກ່າວ​ຕື່ມ​ວ່າ: ຖ້າ​ອ​າ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ, ລະ​ເມີດ​ສັນຍາ ຫຼື ທຳລາຍ​ສັນຍາ​​ໂດຍ​ຜ່ານ​ປະ​ເທດ​ອື່ນໆ​ນັ້ນ, ອີຣານກໍ​ມີ​ຄວາມສາມາດຈະ​ຕອບ​ໂຕ້​ຄືນ​ໄດ້. ປະ​ເທດ​ຕົນ​ມີທາງ​ເລືອກທີ່​ເປີດ​ເຜີຍ​ຫຼາຍ​ເສັ້ນທາງ. ຈະ​ບໍ່​ນັ່ງ​ເສີຍ​ເມີຍ​ຕໍ່​ປະ​ເທດ​ຕົນ​ຕົກ​ຢູ່​ໃນ​ສະພາບ​ຈົນຕາ​ແຈ ​ແລະ​ໃນ​ໂລກ​ມີ​ປະ​ເທດ​​ບໍ່​ຫຼາຍ​ພໍ​ປານ​ໃດ​ທີ່​ຍັງສາມາດ​ຮັກສາ​ການ​ຕັ້ງ​ຕົນ​ເປັນເອກະລາດຄື​ອີຣານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ