ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ເຈ​ລ​ະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ຕຼິ​ສ
2018-04-09 16:21:44  cri 




ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລ​ະ​ຈາ​ກັບ​ທ່ານ ອາ​ເລັກ​ຊັງ​ເດີ ວັນ ເດີ ເບ​ເລນ ປະ​ທາ​ນາ​ທິ​ບໍ​ດີ​ໂອ​ຕຼິ​ສ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ໃນ​ວັນ​ທີ 8 ເມ​ສານີ້. ໂອ​ກາດ​ດັ່ງ​ກ່າວ, ປະ​ມຸກ​ລັດ​ສອງ​ປະ​ເທດ​ເປັນ​ເອ​ກະ​ພາບ​ກັນ​ຕົກ​ລົງ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ມິດ​ຕະ​ພາບ​ຈີນ-ໂອ​ຕຼິ​ສ ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ລະ​ຫວ່າງ​ສອ​ງ​ປະ​ເທດ​ໃຫ້​ຍົກ​ລະ​ດັບ​ໃໝ່. ທ່ານ ເຊ​ບາ​ສະ​ຕຽນ ເຄີ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂອ​ຕຼິ​ສ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈ​ລະ​ຈາ​ດັ່ງ​ກ່າວ.


    ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມຍິນ​ດີ​ຕ້ອນ​ຮັບ​ທ່ານ ວັນ ເດີ ເບ​ເລນ​ທີ່​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ເປັນ​ຄັ້ງ​ທຳ​ອິດ ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ. ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ນຳ​ພາ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຄີ​ສ ​ແລະ​ລັດ​ຖະ​ມົນ​ຕີຫຼາຍ​ທ່ານ ປະ​ກອບ​ເປັນ​ຄະ​ນະ​ຜູ້​ແທນ​ຂະ​ໜາດ​ໃຫຍ່​ລະ​ດັບ​ສູງ​ ມາ​ຢ້ຽມ​ຢາມ​ຈີນ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ-ໂອ​ຕຼິ​ສ ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ສູງ​ຂອງ​ທ່ານ​ປະ​ນາ​ທິ​ບໍ​ດີ​ເອງ​ແລະ​ລັດ​ຖະ​ບານ​ໂອ​ຕຼິ​ສ​ຕໍ່​ການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຢ່າງ​ເຕັມ​ສ່ວນ. ລັດ​ຖະ​ບານ​ຊຸດ​ໃໝ່​ທີ່​ນຳ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຄີ​ສ ​ໄດ້​ລະ​ບຸ​ການ​ເສີມຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ​ຢ່າງ​ຕັ້ງ​ໜ້າ ແລະ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄວ້​ໃນ​ສັນ​ຍາ​ການ​ບໍ​ລິ​ຫານ​ການ​ເມືອງ​ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງນີ້. ຈີນ​ຍິນ​ດີ​ຮ່ວມ​ກັບ​ໂອ​ຕຼິ​ສ, ຂຸດ​ຄົ້ນ​ແລະ​ປ່ອຍ​ຄວາມ​ສາ​ມາດ​ບົ່ມຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພ້ອມ​ກັນ, ຫວ່ານ​ແນວ​ພັນ​ແຫ່ງ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ໃຫ້ຫຼາຍກວ່າ​ເກົ່າ ແລະ​ສ້າງ​ຄວາມ​ຜາສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດຫຼາຍກວ່າ​ເກົ່າ.

    ທ່ານ ວັນ ເດີ ເບ​ເລນ ກ່າວ​ວ່າ, ນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ຮັບ​ຜົນ​ງານ​ເສດ​ຖະ​ກິດ​ພົ້ນ​ເດັ່ນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ກໍ​ໄດ້​ອຳ​ນວຍ​ໂອ​ກາດ​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ໂອ​ຕຼິ​ສ-ຈີນ. ການ​ທີ່​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງນັ້ນ ເປັນ​ເລື່ອງ​ທີ່​ປິ​ຕິ​ຊົມ​ຊື່ນ​ຢ່າງ​ຍິ່ງ. ໂອ​ຕຼິ​ສ​ໄດ້​ສຸ​ມ​ໃສ່​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ພະ​ລັງ​ງານ​ສະ​ອາດ, ວັດ​ທະ​ນະ​ທຳ, ກິ​ລາ ແລະ​ຂົງ​ເຂດ​ອື່ນໆ. ໂອ​ຕຼິ​ສ​ຊົມ​ເຊີຍ​ຢ່າງສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ວຽກ​ງານ​ທົ່ວ​ໂລກ ເຊັ່ນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເປັນ​ຕົ້ນ, ຍິນ​ດີ​ເຮັດ​ໃຫ້​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການປະ​ສານ​ງານລະ​ຫວ່າງ​ສອງ​ປະ​ເທດ​ໃກ້​ຊິດ​ຂຶ້ນ. ຂະ​ນະ​ດຽວ​ກັນ, ໂອ​ຕຼິ​ສ​ຈະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ເດືອນ​ກໍ​ລະ​ກົດ​ປີນີ້ ແລະ​ຍິນ​ດີ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ເອີ​ຣົບ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ