ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ຮ່ວມ​ກັນ​ສ້າງ​ອາ​ຊີ​ແລະ​ໂລກ​ໃຫ້ມີ​ສັນ​ຕິ​ພາບ ຄວາມ​ສະ​ຫງົບ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ເປີດ​ປະ​ຕູ ແລະ​ສວຍ​ງາມ
2018-04-10 11:46:20  cri 
ວັນ​ທີ 10 ເມ​ສານີ້, ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຄວນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະປະ​ຕິ​ບັດ​ຕໍ່​ກັນຢ່າງ​ສະ​ເໝີ​ພາບ, ບໍ່​ກະ​ທຳ​ແບບ​ຖື​ຕົວ​ເອງ​ເໜືອ​ຄົນ​ທັງ​ປວງ ບໍ່​ແຂ່ງ​ຂັນ​ກັນແບບ​ເຈົ້າ​ໄດ້​ຂ້ອຍ​ເສຍ, ບໍ່​ເປັນ​ເຈົ້າ​ອຳ​ນາດ​ທີ່​ຖື​ເພື່ອນ​ບ້ານ​ເປັນ​ສັດ​ຕູ ແລະ​ຂົ່ມ​ຂູ່​ຜູ້​ອື່ນ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ; ຄວນ​ເຈ​ລະ​ຈາ​ແລະ​ຫາ​ລື​ກັນ, ແບກ​ຫາບ​ໜ້າ​ທີ່​ຮ່ວມ​ກັນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ແລະ​ກົນ​ໄກ​ສາ​ກົນ​ທີ່​ຖື​ກົດ​ບັດ​ແລະ​ຫຼັກ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ໃຈ​ກາງ, ບໍ່​ເປັນ​ປໍ​ລະ​ປັກ​ກັນ, ບັນ​ລຸ​ຄວາມ​ໝັ້ນ​ຄົງ​ໂດຍ​ທົ່ວ​ໄປ​ແລະ​ຄວາມ​ໝັ້ນ​ຄົງ​ຮ່ວມ; ຄວນ​ຮ່ວມ​ມື​ດ້ວຍ​ຈິດ​ໜຶ່ງ​ໃຈ​ດຽວ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ເປີດ​ປະ​ຕູ, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ເປັນ​ແບບ​ເສ​ລີ​ແລະ​ມີ​ຄວາມສະ​ດວກ, ປົກ​ປ້ອງ​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ; ຄວນສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ, ​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ, ກວມ​ລວມ​ເຂົ້າ​ກັນ, ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ອະ​ລິ​ຍະ​ທຳ; ຄວນ​ເຄົາ​ລົບ​​ຢຳ​ເກງທຳ​ມະ​ຊາດ, ທະ​ນຸ​ຖະ​ໜອມ​ໜ່ວຍ​ໂລກ, ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ອາ​ຊີ​ແລະ​ໂລກ​ໃຫ້ມີສັນຕິພາບ ຄວາມສະຫງົບ ຄວາມຈະເລີນຮຸ່ງເຮືອງ ເປີດປະຕູ ແລະສວຍງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ