ລັດ​ຖະ​ບານ​ໂດ​ນັນ ທ​ຣຳ ຫຼຸດ​ອັດ​ຕາ​ພາ​ສີ​ແລະ​ເພີ່ມ​ລາຍ​ຈ່າຍ​ຈະ​ເຮັດ​ໃຫ້ລັດຂາດ​ດຸ​ນ​ງົບ​ປະ​ມານ​ຢ່າງ​ມະ​ຫາ​ສານ
2018-04-10 11:13:30  cri 
ວັນ​ທີ 9 ເມ​ສາ​ນີ້, ຫ້ອງ​ການ​ງົບ​ປະ​​ມານ​ລັດ​ຖະ​​ສະ​ພາ​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໂດຍ​ກ່າວ​ວ່າ: ເນື່ອງ​ຈາກ​ມາດ​ຕະ​ການ​ຫຼຸດ​ອັດ​ຕາ​ພາ​ສີ​ແລະ​​ການເພີ່ມ​ລາຍ​ຈ່າຍ​ຈາກ​ລັດ​ຖະ​ບານ​ໂດ​ນັນ ທ​ຣຳ, ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງລັດ​ຖະ​ບານ​ອາ​ເມ​ລິ​​ກາ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ຄາດ​ວ່າ​ຮອດ​ປີ 2020 ຈະ​ຫຼາຍກວ່າ 1.000 ຕື້​ໂດ​ລາ​ສະ​ຫະ​ລັດ.

ບົດ​ລາຍ​ງານ​ລະ​ບຸວ່າ: ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ສະ​ພາບ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ​ຮ້າຍ​ແຮງ​ຂຶ້ນນັ້ນ​ແມ່ນ​ຍ້ອນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຫຼຸດ​ອັດ​ຕາ​ພາ​ສີ​ແລະ​ເພີ່ມ​ລາຍ​ຈ່າຍ​ຈາກ​ລັດ​ຖະ​ບານ. ໃນ​ທ້າຍ​ປີ​ 2017 , ກົດ​ໝາຍ​ວ່າ​ດ້ວຍ​ການ​ຫຼຸດ​ອັດ​ຕາ​ພ​າ​ສີ​ທີ່​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເຊັນ​ໃນ​ປີ 2017 ຈະ​ສາ​ມາດ​ຫຼຸດ​ພາ​ສີ​ເກືອບ 1.500 ຕື້​ໂດ​ລາ​ສະ​ຫະ​ລັດ, ນອກ​ຈາກ​ນີ້, ລັດ​ຖະ​ບານ​ໂດ​ນັນ ທ​ຣຳ​ຍັງ​ໄດ້​ວາງ​ແຜນ​ຈະ​ເພີ່ມ​ລາຍ​ຈ່າຍ​​ດ້ານການ​ທະ​ຫານ​ແລະອື່ນໆ​ຢ່າງ​ຫຼວງ​ຫຼາຍໃນ​ 2 ສົກ​ປີ​ການ​ເງິນຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ