ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຟີ​ລິບ​ປິນກັບ​ຈີນ​ກໍ່​ຄື​ບັນ​ດາ​ປະ​ເທດ​ໃນ​ໂລກ​ເປັນ​ທິດ​ທາງບູ​ລິ​ມະ​ສິດ​ຂອງຟີ​ລິບ​ປິນ
2018-04-10 11:14:30  cri 
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 9 ເມ​ສາ​ນີ້, ທ່ານ​ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ອອກ​ເດີນ​ທາງ​ຈາກ​ດາ​ວໍ​ສ໌​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ທີ່​ຈັດ​ຂຶ້ນຢູ່​ແຂວງ​ໄຫ​ຫຼຳ​ຈີນ. ກ່ອນ​ຈະ​ເດີນ​ທາງ, ​ໃນ​ການຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ບິນ, ທ່ານ ດູ​ເຕີ​ເຕ ກ່າວ​ວ່າ, ການ​ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ເທດ​ຕົນກັບ​ຈີນ​ກໍ່​ຄື​ບັນ​ດາ​ປະ​ເທດ​ໃນ​​ອາ​​​ຊີ​ເປັນ​ທິດທາງ​ບູ​ລິ​ມະ​ສິດ​ແຫ່ງການ​ພັດ​ທະ​ນາ​ຂອງ​ຟີ​ລິບ​ປິນ.

ທ່ານ ດູ​ເຕີ​ເຕ ກ່າວ​ວ່າ: ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ທີ່​ໃຫຍ່​ຫຼວງ, ປະ​ເທດ​ຕົນຄວນນຳ​ໃຊ້ໂອ​ກາດ​ນີ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແລະ​ການ​ແລກ​ປ່ຽນ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຟີ​ລິບ​ປິນ-ປະ​ເທດ​ບ້ານ​ໃ​ກ້​ເຮືອນ​ຄຽງໃນ​ອາ​ຊີ​ຕື່ມ​ອີກ,ຮ່ວມ​ກັນຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ,ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ທ່ານ​ກ່າວ​ຕື່ມ​ວ່າ: ຫວັງ​ວ່າ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຈະສາ​ມາດ​ໂຄ​ສະ​ນາ​ເຜີຍ​ແຜ່​ຟີ​ລິບ​ປິນ​ຕໍ່​ບັນ​ດາ​ປະ​ເທດ​ອາ​ຊີ​ຕື່ມ​ອີກ,ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານການ​ຄ້າ​ຂອງ​ຟີ​ລິບ​ປິນ​ພ້ອມ​ທັງ​ດຶງ​ດູດ​ການ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ພາຍ​ໃນ​ປະ​ເທດ.

ປັດ​ຈຸ​ບັນ, ຈີນເປັນ​ຄູ່​ຮ່ວມ​ການ​ຄ້າ​ອັນ​ດັບ​ໜຶ່ງຂອງ​ຟີ​ລິບ​ປິນ.ນອກ​ນີ້,ທ່ານ ດູ​ເຕີ​ເຕ ກ່າວ​ຕື່ມ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ໄດ້​ແຕກດອກ​ອອກ​ຜົນ. ຈີນ​ເປັນ​ທິດ​ທາງ​ບູ​ລິ​ມະ​ສິດ​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ​ຟີ​ລິບ​ປິນ,ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຟີ​ລິບ​ປິນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ