ທ່ານ ສີ​ຈິ້​ນ​ຜິງກ່າວ​ວ່າ: ການ​ຮ່ວມ​ມື​ໂດຍ​ສັນ​ຕິ ເປີດ​ປະ​ຕູ​ດ້ານ​ທຸ​ລະ​ກຳ​ທາງ​ການ​ເງິນ ແລະ ການ​ປະ​ຕິ​ຮູບ​ດ້ວຍ​ການ​ປະ​ດິດ​ສ້າ​ງ​ໃໝ່​ແມ່ນ 3 ກະ​ແສ​ໃຫຍ່​ໃນ​ໂລກ​ປັດ​ຈຸ​ບັນ
2018-04-10 11:30:44  cri 
ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ໃນວັນ​ທີ 10 ເມ​ສາ​ນີ້ວ່າ: ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແມ່ນ​ສຽງ​ໃນ​ໃຈ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ແນວ​ຄິດ​ສົງ​ຄາມ​ເຢັນ ແລະ ການ​ແຂ່ງ​ຂັນ​ແບບເຈົ້າ​ໄດ້​ຂ້ອຍ​ເສຍ​ນັບ​ມື້​ນັບ​ຫຼ້າ​ຫຼັງ​ແລ້ວ, ຜູ້​ຖື​ໂຕ​ຫຼື​ຄຳ​ນຶງ​ແຕ່​ສ່ວນ​ໄດ້​ສ່ວນ​ເສຍ​ຂອງ​ຕົນ​ເທົ່າ​​ນັ້ນ​ໄປ​ໃສ​ກໍ່​ຈະພົບ​ແຕ່​ຄວາມ​ຫຍຸ້ງ​ຍາກ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ນັບ​ມື້​ນັບ​ມີ​ການ​ພົວ​ພັນ​ກັນແລະ​​ມີ​ບົດ​ບາດ​ຕໍ່​ກັນ,ການ​ຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ,ເລັ່ງ​ລັດກາ​ນ​ເຊື່ອມ​ໂຍງ​ກັນ​ດ້ານ​ການ​ພັດ​ທະ​ນາໄດ້​ກາຍ​ເປັນ​ທາງ​ເລືອກ​ທີ່​ຕ້ອງ​ເປັນ​ໄປໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ທ່ານກ່າວ​ເນັ້ນ​ວ່າ: ການ​ປະ​ຕິ​ຮູບ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ແມ່ນ​ພະ​ລັງ​ແຮງ​ໂດຍ​ພື້ນ​ຖານ​ໃນ​ການ​ຊຸກ​ຍູ້​ສັງ​ຄົມ​ມະ​ນຸດ​ໃຫ້​ພັດ​ທະ​ນາ​ກ້າວໄປ​ໜ້າ. ໃຜ​ຄັດ​ຄ້ານ​ການ​ປະ​ຕິ​ຮູບ,ໃຜ​ຄັດ​ຄ້ານ​ການ​ປະ​ດິດ​ສ້າງ​ໃໝ່,ຜູ້​ນັ້ນ​ກໍ່​ຈະ​ກາຍ​ເປັນ​ຜູ້​ຫຼ້າ​ຫຼັງ​ໃນ​ຍຸກ​ນີ້ ແລະ​ກໍ່​ຈະ​ຕົກ​ແຖວ​ໃນ​ປະ​ຫວັດ​ສາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ