ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ​ວ່າ​ອາ​ຊຽນ​ຍິ​ນ​ດີ​ຮ່ວມ​ກັບ​ຈີນ​ຮັ​ກ​ສາ​ການ​ຄ້າ​ເສ​ລີ
2018-04-10 09:53:49  cri 
ໃນ​ໂອ​ກາດ​ເຂົ້າ​ຮ່ວມ "ກອງ​ປະ​ຊຸມສຳ​ມະ​ນາ​ລະ​ນຶກ​ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ" ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 9 ເມ​ສາ​ນີ້, ທ່​ານ​ລິມ​ຈົກ​ໂຮຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ​ວ່າ, ອາ​ຊຽນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນເພື່ອ​ຮັກ​ສາ​ການ​ຄ້າ​ເສ​ລີ, ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ, ແລະ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ຕື່ມ​ອີກ.
​ໃນ​ກອງ​ປະ​ຊຸມສຳ​ມະ​ນາ​​ຄັ້ງ​ນີ້, ທ່ານ​ຫວງ​​ຊີລຽນ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໜຶ່ງ​ທີ່​ມີ​ພະ​ລັງ​ຊີ​ວິດ​ທີ່​ສຸດ​ແລະ​ສຳ​ເລັດ​ຜົນ​ທີ່​ສຸດ​​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ, ສອງ​ຝ່າຍ​ໄດ້​ກາຍ​ເປັນ​ພ​ະ​ລັງ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​, ​ຮັກ​ສາ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ການຄ້າ​ເສ​ລີທີ່​ນັບ​ມື້​ນັບ​ສຳ​ຄັນ.

ໃນ​ໂອ​ກາດດຽວ​ກັນ​ນີ້, ທ່ານທັນ​ຮັງ​ເຊັງ ຜູ້​ຕາງ​ໜ້າ​ຂອງ​ສິງ​ກະ​ໂປ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ອາ​ຊຽນ​ແລະ​ຈີນ​ຮ່ວມ​ກັນ​ສຸມໃສ່ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ເຊື່ອມ​ຈອດ​ກັນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ຊຸກ​ຍູ້​ແຜນ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ​ເຊື່ອມ​ຈອດ​ກັນ​ແລະ​ບັນ​ລຸ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ, ສອງ​ຝ່າຍ​ໄດ້​ສົ່ງ​ສັນ​ຍານ​ຢ່າງ​ຈະ​ແຈ້ງ​ເພື່ອ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ