ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ
2018-04-10 10:16:31  cri 
ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 10 ເມ​ສາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ໄດ້​ຈັດ​ພິ​ທີ​ໄຂ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫ​ຫຼຳ ສ​ປ ຈີນ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ແລະ​ກ່າວ​ປາ​ຖະ​ກະ​ຖາ.

ປີ​ນີ້​ເປັນ​ປີປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ຈະ​ບັນ​ລະ​ຍາຍ​ຈີນ​ຈະເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ລົງ​ເລິກ​​ການປະ​ຕິ​ຮູບອີກ​ຄັ້ງ​ໃໝ່, ​ແລະ​ຈະ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ການ​ຊຸກ​ຍູ້​​ການ​ສ້າງປະ​ຊາ​ຄົມ​​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ແລະ​ມວນ​ມະ​ນຸດ​ຕື່ມ​ອີກ, ແລະ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງ​ອາ​ຊີ​ກໍ​ຄື​ຂອງ​ໂລກ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ "ອາ​ຊີ​ທີ່​ເປີດ​ປະ​ຕູ​ແລະ​ມີ​ການ​ປະ​ດິດ​ສ້າງ​ໃໝ່​, ໂລກ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​​ພັດ​ທະ​ນາ", ໄດ້​ດຶງ​ດູດ​ແຂກ​ຜູ້​ມີ​ກຽດ​​ຈາກວົງ​ການ​ຕ່າງໆ 2000 ກວ່າ​ທ່ານ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ