ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ການ​ພັດ​ທະ​ນາ​ຂອງ​ຈີນ​ບໍ່​ສາ​ມາດ​ໂຄ່ນ​ລົ້ມ​ລະ​ບຽບ​ການ​ສາ​ກົນ​ໄດ້
2018-04-10 12:00:33  cri 
ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ບໍ່​ວ່າ​ຈີນ​ຈະ​ພັດ​ທະ​ນາ​ເຖິງ​ລະ​ດັບ​ໃດ​ກໍ​ຕາມ, ກໍ​ຈະ​ບໍ່​ສ້າງ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດ, ຈະ​ບໍ່​ສາ​ມາດ​ໂຄ່ນ​ລົ້ມ​ລະ​ບຽບ​ການ​ສາ​ກົນ​ໄດ້, ແລະ​ຈະ​ບໍ່​ສ້າງ​ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ຕົນ, ຈີນ​ເປັນ​ປະ​ເທດ​ສ້າງ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ, ແລະ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ເນັ້ນ​ຕື່​ມ​ອີກວ່າ, ຈີນ​ຈະ​ເດັດ​ດ່ຽວ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ເປີດ​ປະ​ຕູ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຍຶດ​ໝັ້ນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ນຳ​ເຂົ້າ​ແລະ​ການ​ໄປ​ພັດ​ທະ​ນາ​ທຸ​ລະ​ກິດ​ຢ່າງ​ຕ່າງ​ປະ​ເທດ​ຄວບ​ຄູ່​ກັນ, ປ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ແບບ​ເສ​ລີ​ແລະ​ມີ​ຄວາມ​ສະ​ດວກ​ໃນ​ລະ​ດັ​ບ​ສູງ, ແລະ​ຊອກ​ຫາ​ວິ​ທີ​ການ​ສ້າງ​ທ່າ​ເຮືອ​ການ​ຄ້າ​ເສ​ລີ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ