ປີ​ນີ້​ຈີນ​ຈະ​​ຜ່ອນ​ຄາຍ​ເງື່ອນ​ໄຂການ​ເຂົ້າ​ຕະ​ຫຼາດ​ຢ່າງ​ຫຼວງ​ຫຼາຍ
2018-04-10 12:18:09  cri 
ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປະ​ຈຳ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນກ່າວ​ວ່າ, ປີ​ນີ້​ຈີນ​ຈະ​ອອກ​ມາດ​ຕະ​ການ​ຫຼາຍ​ຂໍ້​ທີ່​ມີ​ຄວາມ​ໝາຍ​ເປັນ​ສັນ​ຍະ​ລັກ​, ເພື່ອ​ຜ່ອນ​ຄາຍ​ເງື່ອນ​ໄຂ​ການ​ເຂົ້າ​ຕະ​ຫຼາດ​ຢ່າງ​ຫຼວງ​ຫຼາຍ. ມາດ​ຕະ​ການ​ເຫຼົ່າ​ນີ້​ລວມ​ທັງໃນ​ຂະ​ແໜງ​ການ​ບໍ​ລິ​ການ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ການ​ທະ​ນາ​ຄານ, ຮັບ​ປະ​ກັນ​ປະ​ຕິ​ບັດ​ຕົວ​ຈິງ​ຕາມມາດ​ຕະ​ການສຳ​ຄັນ​ຕ່າງໆ​ທີ່​ຜ່ອນ​ຄາຍ​ຄວາມ​ຈຳ​ກັດ​ອັດ​ຕາ​ຫຸ້ນ​ສ່ວນ​ຂອງ​ທຶນ​ຕ່າງ​ປະ​ເທດ​ໃນ​ຂະ​ແໜງ​ກາ​ນ​ທະ​ນາ​ຄານ, ຂະ​ແໜງ​ການ​ຊື້​ຂາຍ​ຫຼັກ​ຊັບ​ແລະ​ຂະ​ແໜງ​ການ​ປະ​ກັນ​ໄພ​ທີ່​ປະ​ກາດ​ໃນ​ປີ​ຜ່ານ​ມາ, ເລັ່ງ​ລັດ​ຂະ​ບວນ​ການ​ເປີດ​ປະ​ຕູ​ຂອງ​ຂະ​ແໜງ​ການ​ປະ​ກັນ​ໄພ, ​ຜ່ອນ​ຄາຍ​ການ​ຈຳ​ກັດ​ການ​ສ້າງ​ສະ​ຖາ​ບັນ​ການ​ເງິນ​ຕໍ່ທຶນ​ຕ່າງ​ປະ​ເທດ, ເປີດກວ້າງ​​ຂອບ​ເຂດ​ດຳ​ເນີນ​ທຸ​ລະ​ກິດ​ຂອງສະ​ຖານ​ບັນ​ການ​ເງິນ​ຕ່າງ​ປະ​ເທດ​ຢູ່​ຈີນ, ເປີດກວ້າງ​ຂົງ​ເຂດ​ຮ່ວມ​ມື​ຕະ​ຫຼາດ​ການ​ເງິນ​ລະ​ຫວ່າງ​ຈີນ​ແລະ​ຕ່າງ​ປະ​ເທດ; ໃນ​ດ້ານ​ຂະ​ແໜງ​ການ​ຜະ​ລິດ, ຂະ​ແໜງ​ການ​ຜະ​ລິດ​ລົດ, ກຳ​ປັ່ນ, ເຮືອ​ບິນ​ແລະ​ອື່ນໆ​ທີ່​ມີ​ການຈຳ​ກັດ​ໃນ​ປັດ​ຈຸ​ບັນ​ນັ້ນ​ກໍ​ໄດ້​ມີ​ພື້ນ​ຖານ​ເປີດ​ປະ​ຕູ​ແລ້ວ, ຈະ​ຜ່ອນ​ຄາຍ​ການຈຳ​ກັດ​ຂອງ​ຂະ​ແໜງ​ການ​ເຫຼົ່າ​ນີ້​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ລົດ​ ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ