ກະຊວງ​ປ້ອງ​ກັນປະ​ເທດຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຢຸດ​ການ​ຈຳ​ໜ່າຍ​ອາວຸດ​ຕໍ່​ໄຕ້​ຫວັນ
2018-04-10 16:53:40  cri 
ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ອອກ "​ໃບ​ອະນຸຍາດ​ຈຳໜ່າຍ" ​ເຮືອ​ດຳ​ນ້ຳ​ໃຫ້​ໄຕ​ຫວັນ. ຕໍ່​ເລື່ອງນີ້, ທ່ານ​ອູຊ່ຽນ ​ໂຄສົກ​ກະຊວງ​ປ້ອງ​ກັນປະ​ເທດຈີນ​ກ່າວ​ໃນ​ວັນ​ທີ 9 ​ເມສາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ ​ແລະຂໍ້​ກຳນົດ​ຂອງ​ຖ​ະ​ແຫຼ​ງການ​ຮ່ວມ​ສາມ​ສະບັບ​ຈີນ-ອາ​ເມ​ລິ​ກາ, ຢຸດ​ການ​ພົວພັນ​ດ້ານ​ການ​ທະຫານ​ກັບ​ໄຕ້ຫວັນ ​ແລະ​ຢຸດ​ການ​ຈຳ​ໜ່າຍ​ອາວຸດ​​ໃຫ້​ໄຕ້​ຫວັນ​ຢ່າງ​​ເດັດຂາດ.

ທ່ານ​ກ່າວຕື່ມ​ວາ: ຫຼັກການ​ຂອງຈີນ​​ເດັດດ່ຽວ​ຄັດຄ້ານ​ອາ​ເມ​ລິ​ກາ​ຈຳໜ່າຍ​ອາວຸດ​ໃຫ້​ໄຕ້​ຫວັນ​ແມ່ນ​​ຈະ​ແຈ້ງ ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ​​ເພາະວ່າໄຕ້​ຫວັນ​ເປັນພຽງ​ສ່ວນ​ໜຶ່ງ​ຂອງ​ຈີນ​ເທົ່າ​ນັ້ນ. ຫຼັກ​ການ​ປະ​ເທດ​ຈີນດຽວ​ແມ່ນພື້ນຖານ​ທາງ​ການ​​ເມືອງ​ຂອງ​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ ​ແລະກອງທັບ​ຈີນ​ກໍມີ​ຄວາມ​ສາມາດ ​ແລະ​ຕັດສິນ​ໃຈ​ທັບ​ມ້າງ​ທຳລາຍ​ແຜນການ​ເຈຕະນາ​ສ້າງ​ຄວາມແຕກ​ແຍກ​ປະ​ເທດ​ຈີນ ​ແລະ​ຈະ​ນຳ​ໃຊ້​ມາດ​ຕະການຢ່າງ​ເດັດດ່າວ​ ​ເພື່ອ​ຮັກສາ​ຄວາມ​ໝັ້ນຄົງ​ ​ແລະສິດ​ອຳນາດ​ແຫ່ງ​ຊາດ ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ